leftcenterrightdel
ທ່ານ ເຈິ່ນວັນມິງ ກ່າວຄໍາເຫັນເປີດຊຸດບໍາລຸງ. ພາບ: thanhtra.com.vn.

ກ່າວຄໍາເຫັນເປີດຊຸດບໍາລຸງ, ທ່ານ ເຈິ່ນວັນມິງ  ໄດ້ສະແດງຄວາມຍິນດີຕ້ອນຮັບສໍາມະນາກອນທີ່ມາເຂົ້າຮ່ວມຊຸດຮຽນ. ພ້ອມທັງຢັ້ງຢືນວ່າ, ໃນຊຸມປີຜ່ານມາ, ອົງການກວດກາລັດຖະບານຫວຽດນາມ ແລະອົງການກວດກາລັດຖະບານລາວ ໄດ້ມີບັນດາການເຄື່ອນໄຫວຮ່ວມມືໃນຫຼາຍດ້ານ, ໂດຍສະເພາະແມ່ນໃນການເຄື່ອນໄຫວກໍ່ສ້າງ, ບໍາລຸງວິຊາສະເພາະໃຫ້ແກ່ພະນັກງານກວດກາ. ຜ່ານນັ້ນປະກອບສ່ວນຮັດແໜ້ນການພົວພັນມິດຕະພາບລະຫວ່າງຂະແໜງກວດກາຂອງສອງປະເທດກວ່າອີກ.

leftcenterrightdel
ບັນຍາກາດທີ່ພິທີເປີດຊຸດບໍາລຸງ. ພາບ: thanhtra.com.vn.

ທ່ານ ເຈິ່ນວັນມິງ ປາດຖະໜາວ່າພາຍຫຼັງໄລຍະເວລາ 2 ເດືອນທີ່ຮໍ່າຮຽນ ແລະຄົ້ນຄວ້າບັນດາສໍາມະນາກອນຈະຮັບເອົາຄວາມຮູ້, ທັກສະ ແລະບົດຮຽນ ເພື່ອຮັບໃຊ້ໃຫ້ແກ່ວຽກງານຂອງຕົນ.

ເພື່ອໃຫ້ຊຸດຮຽນບັນລຸໝາກຜົນດີທີ່ສຸດ, ທ່ານ ເຈິ່ນວັນມິງ ສະເໜີ, ຄະນະອໍານວຍການໂຮງຮຽນພະນັກງານກວດກາຕ້ອງສຸມໃສ່, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ຊຸດບໍາລຸງບັນລຸໄດ້ໝາກຜົນສູງສຸດ.

ໂດຍ: ໄຊຊະນະ