ຂົວຕໍ່ມິດຕະພາບ

ຕາມຕົວເລກສະຖິຕິ, ປະຈຸບັນມີນັກຮຽນຫວຽດນາມ ຮໍ່າຮຽນຢູ່ລາວ 230 ຄົນ, ໃນນັກຮຽນໃນແຜນ 175 ຄົນ, ສ່ວນຍັງເຫຼືອແມ່ນນັກຮຽນສ່ວນຕົວ. ພວກນ້ອງພວມຮໍ່າຮຽນຢູ່ບັນດາຂະແໜງວິຊາ ຄື: ພາສາສາດ, ການພົວພັນສາກົນ, ເສດຖະກິດ, ການເມືອງ... ຢູ່ມະຫາວິທະຍາໄລແຫ່ງຊາດລາວ. ບັນດານັກຮຽນໃຫ້ຮູ້ວ່າ, ໃນໄລຍະຮໍ່າຮຽນຢູ່ລາວ ພວກນ້ອງຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂຈາກສະຖານທູດຫວຽດນາມ, ມະຫາວິທະຍາໄລແຫ່ງຊາດລາວ, ບັນດາຫົວໜ່ວຍ, ວິສາຫະກິດຫວຽດນາມ ພວມຮ່ວມມື ແລະການລົງທຶນຢູ່ລາວ.

ຮັບຮູ້ຄວາມມານະພະຍາຍາມຂອງບັນດານັກຮຽນ, ທ່ານ ຫງວຽນວັນຟຸກ ເນັ້ນໜັກວ່າ, ພວກນ້ອງແມ່ນຄົນຮຸ່ນໜຸ່ມຮັກສາ ແລະເສີມຂະຫຍາຍນໍ້າໃຈມິດຕະພາບຫວຽດນາມ - ລາວ, ຍ້ອນແນວນັ້ນ, ຄວນພະຍາຍາມຮໍ່າຮຽນດີ, ເປັນມິດສະໜິດສະໜົມ, ນັ້ນກໍ່ແມ່ນວິທີເພື່ອຮັກສາຮູບພາບ ແລະອິດທິພົນຊື່ສຽງກັບປະເທດເພື່ອນມິດ. ຕໍ່ໜ້າຄວາມເປັນຫ່ວງເປັນໃຍຂອງນັກຮຽນຫວຽດນາມຢູ່ລາວ ກ່ຽວກັບບັນຫາວຽກເຮັດງານທຳພາຍຫຼັງຮຽນຈົບ, ທ່ານ ຫງວຽນວັນຟຸກ ເຈາະຈີ້ມວ່າ: ປະຈຸບັນຢູ່ລາວ ມີເກືອບ 300 ວິສາຫະກິດຫວຽດນາມ ພວມເຄື່ອນໄຫວ, ຄວາມຕ້ອງການກ່ຽວກັບຊັບພະຍາກອນມະນຸດແມ່ນໃຫຍ່ທີ່ສຸດ,  ບັນດານ້ອງຄວນກ້າກັ່ນ, ເປັນເຈົ້າການເຊື່ອມຕໍ່ກັບບັນດາວິສາຫະກິດນີ້ ເພື່ອຊອກຫາວຽກເຮັດງານທຳທັງຢູ່ລາວ ແລະຫວຽດນາມ.

leftcenterrightdel
ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຢ້ຽມຢາມຫໍພັກນັກຮຽນຫວຽດນາມ ຢູ່ລາວ. ພາບ: thoidai.com.vn.

ສືບຕໍ່ໜູນຊ່ວຍປະເທດເພື່ອນລາວຢ່າງມີປະສິດທິຜົນ

ທີ່ ສປປ ລາວ, ທ່ານ ຫງວຽນວັນຟຸກ ໄດ້ມີການພົບປະກັບທ່ານນາງ ແສງເດືອນ ຫຼ້າຈັນທະບຸນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ. ດີໃຈທີ່ໄດ້ຕ້ອນຮັບທ່ານ ຫງວຽນວັນຟຸກ, ທ່ານນາງ ແສງເດືອນ ຫຼ້າຈັນທະບຸນ ໃຫ້ຮູ້ວ່າ ປະເທດ ແລະປະຊາຊົນລາວ ຍາມໃດກໍ່ຂອບໃຈການຊ່ວຍເຫຼືອຈາກຫວຽດນາມໃນທຸກຂົງເຂດ, ໃນນັ້ນພິເສດແມ່ນການສຶກສາ ແລະກໍ່ສ້າງ. ແຕ່ລະປີຫວຽດນາມ ສະຫງວນໃຫ້ລາວ ທຶນການສຶກສາໄລຍະສັ້ນ ແລະໄລຍະຍາວ ແຕ່ 1.000 – 1.200 ທຶນ, ພ້ອມທັງໜູນຊ່ວຍການລົງທຶນພື້ນຖານດ້ານວັດຖຸໃຫ້ການສຶກສາລາວ ຢ່າງມີປະສິດທິຜົນ.

ຕີລາຄາສູງຜົນການສຶກສາຂອງຫວຽດນາມ ໃນຊຸມປີຜ່ານມາ, ທ່ານນາງ ແສງເດືອນ ຫຼ້າຈັນທະບຸນ ປາດຖະໜາຢາກວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ໜູນຊ່ວຍລາວໃນບາງໜ້າທີ່ລະອຽດ ຄື: ກວດກາ ແລະຕີລາຄາຄຸນນະພາບການສຶກສາ, ບໍາລຸງສ້າງ, ການລົງທຶນພື້ນຖານດ້ານວັດຖຸການສຶກສາ...

ເມື່ອແລກປ່ຽນກັບທ່ານນາງ ແສງເດືອນ ຫຼ້າຈັນທະບຸນ, ທ່ານ ຫງວຽນວັນຟຸກ ໃຫ້ຮູ້ວ່າ  ແຜນຮ່າງ “ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2011 - 2020” ຂອງລັດຖະບານຫວຽດນາມ ໄດ້ນໍາມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າ, ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ພວມຈັດຕັ້ງການຕີລາຄາໝາກຜົນ ແລະສະເໜີຜັນຂະຫຍາຍໄລຍະຕໍ່ໄປ (2021 - 2030) ຕາມທິດດີກວ່າອີກ.

ທ່ານ ຫງວຽນວັນຟຸກ ຢ້ັງຢືນວ່າ ຫວຽດນາມຍາມໃດກໍ່ປາດຖະໜາຢາກກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ, ທ່ານ ຫງວຽນວັນຟຸກ ຫວັງວ່າ ສອງຝ່າຍຈະສົມທົບກັນໃນການຄັດເລືອກ, ກໍ່ສ້າງພາສາຫວຽດນາມ, ການຄຸ້ມຄອງເພື່ອຍົກສູງຄຸນນະພາບການກໍ່ສ້າງນັກຮຽນລາວ ຢູ່ຫວຽດນາມ ໃຫ້ເປັນຢ່າງດີກວ່າອີກ.

ທ່ານ ຫງວຽນວັນຟຸກ ເນັ້ນໜັກວ່າ ໃນໄລຍະຈະມາເຖິງຝ່າຍຫວຽດນາມ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍ, ຊ່ວຍເຫຼືອລາວ ໃນຂົງເຂດການສຶກສາ ແລະກໍ່ສ້າງ, ບໍ່ພຽງແຕ່ສະແດງໃຫ້ເຫັນໃນການໃຫ້ທຶນການສຶກສາ, ການລົງທຶນພື້ນຖານດ້ານວັດຖຸເທົ່ານັ້ນ ຫາກສິ່ງສໍາຄັນກວ່ານັ້ນແມ່ນການໜູນຊ່ວຍໃຫ້ຍຸດທະສາດພັດທະນາການສຶກສາຂອງລາວ, ເພື່ອການພັດທະນາ ແລະເຊື່ອມໂຍງຂອງປະເທດເພື່ອນລາວອີກດ້ວຍ.

ໂດຍ: ເຈິ່ນຮວ່ຽນ