ດ້ວຍຈິດໃຈຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະຈິດໃຈເຄົາລົບນັບຖືຢ່າງເລິກເຊິ່ງ, ທ່ານພົນໂທ ສຸວອນ ເລືອງບຸນມີ ແລະຄະນະປະຕິບັດງານໄດ້ຖະຫວາຍທູບທຽນ, ດອກໄມ້ຕໍ່ດວງວິນຍານຂອງປະທານໂຮ່ຈີມິນ-ຜູ້ໄດ້ເສຍສະຫຼະຕະຫຼອດຊີວິດໃຫ້ແກ່ພາລະກິດປົດປ່ອຍປະເທດຊາດຫວຽດນາມ ແລະປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ.

leftcenterrightdel
ທ່ານພົນໂທ ສຸວອນ ເລືອງບຸນມີ ພ້ອມກັບຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ຖະຫວາຍທູບທຽນ, ດອກໄມ້ຢູ່ເຂດປູຊະນີຍະສະຖານກິມລຽນ. ພາບ: baonghean.vn.

ປະທານໂຮ່ຈີມິນ ໄດ້ພ້ອມກັບບັນດາການນໍາພັກ ແລະລັດ, ກອງທັບລາວ ຕໍ່ສູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອເອກະລາດ, ອິດສະຫຼະພາບຂອງສອງຊາດ, ເພື່ອສັນຕິພາບຂອງປະຊາຊົນໃນທົ່ວໂລກ. ເພິ່ນໄດ້ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນການສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

leftcenterrightdel
ບັນດາສະມາຊິກໃນຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ທຳພິທີໄວ້ອາໄລປະທານໂຮ່ຈີມິນ. ພາບ: baonghean.vn.

ຕໍ່ດວງວິນຍານຂອງປະທານໂຮ່ຈີມິນ, ຄະນະປະຕິບັດງານໄດ້ສັນຍາປະຕິບັດຄຳສັ່ງສອນທີ່ສັກກະລະບູຊາຂອງປະທານໂຮ່ຈີມິນ ແລະປະທານໄກສອນ ພົມວິຫານ. ສອງພັກ, ສອງລັດ, ກອງທັບສອງປະເທດ ຍາມໃດກໍ່ສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ, ສ້າງນ້ຳໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ທະນາພອນ