leftcenterrightdel
ຜູ້ຕາງໜ້າການນໍາຄະນະຊາວໜຸ່ມແຂວງກວາງບີ່ງ ມອບດອກໄມ້ໃຫ້ຜູ້ແທນຊາວໜຸ່ມລາວ ມາແຂວງກວາງບີ່ງ ເຂົ້າຮ່ວມງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວ 2019. ພາບ: ວີ໋ງກຸ໊ຍ.

ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ ປີ 2019 ແມ່ນເຫດການທີ່ມີຄວາມໝາຍທີ່ສຸດຕໍ່ໄວໜຸ່ມສອງປະເທດເວົ້າລວມ ແລະແຂວງກວາງບີ່ງ ເວົ້າສະເພາະ.

ດ້ວຍຜູ້ແທນຊາວໜຸ່ມລາວ 60 ຄົນທີ່ເຂົ້າຮ່ວມລາຍການຢູ່ແຂວງກວາງບີ່ງ ໄດ້ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢ໊າບ; ອະນຸສາ​ວະລີແມ່ຊ໊ວດ; ຢ້ຽມຊົມຫາດຊາຍທະເລເຍິ້ດເລ້, ທັດສະນີຍະພາບຖໍ້າຟອງຍາ ແລະບັນດາຮູບແບບເລີ່ມທຸລະກິດຂອງຊາວໜຸ່ມ...

ນີ້ແມ່ນໂອກາດເພື່ອໃຫ້ຮຸ່ນໜຸ່ມທວນຄືນບັນດານໍ້າໃຈຮັກແພງທີ່ສະໜິດຕິດພັນລະຫວ່າງຊາວໜຸ່ມ ແລະປະຊາຊົນສອງປະເທດ, ພ້ອມກັນແບ່ງປັນບັນດາເລື່ອງລາວທີ່ມ່ວນ, ວິທີເຮັດທີ່ມີຫົວຄິດປະດິດສ້າງ, ຈາກນັ້ນປະກອບສ່ວນກໍາລັງແຮງຊ່ວຍໃຫ້ສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອສັນຕິພາບ ແລະການພັດທະນາໃນທ່ົວໂລກ...

ໂດຍ: ໄຊນີດາ