ຕອນເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ຢູ່ເບື້ອງດິນແດນປະເທດລາວ ໄດ້ກາຍເປັນສັນຍາລັກຂອງການຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ, ຂອງນໍ້າໃຈມິດຕະພາບແບບພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

leftcenterrightdel
ຂົນສົ່ງສິນຄ້າໄປສູ່ສະໝາມຮົບຢູ່ທາງເບື້ອງຕາເວັນຕົກສາຍພູຫຼວງ. ພາບ: vov.vn.

ສໍາລັບຄົນລາວຫຼາຍຄົນທີ່ເຄີຍສະໜິດຕິດພັນກັບການຕໍ່ສູ້ໃນຖັນແຖວປະເທດລາວ ນັ້ນບັນດາທ້ອງຖິ່ນຕ່າງໆ ຄື: ບ້ານດົງ, ເຊໂປນ, ເມືອງພິນ, ເມືອງນອງ  ແລະແລ້ວກໍ່ແມ່ນທາງເລກ 9 ຢູ່ພາກໃຕ້ລາວ... ແມ່ນບັນດາອານຸສອນກ່ຽວກັບການຕໍ່ສູ້ດ້ວຍການເສຍສະຫຼະຊີວິດຢ່າງທຸກຍາກລຳບາກແຕ່ກໍ່ເຕັມໄປດ້ວຍນໍ້າໃຈຮັກແພງອ້າຍນ້ອງມິດສະຫາຍກັບທະຫານ, ຊາວໜຸ່ມຕະລຸມບອນຫວຽດນາມ ທີ່ເປີດເສັ້ນທາງໂຮ່ຈີມິນ ຢູ່ເບື້ອງຕາເວັນຕົກສາຍພູຫຼວງ.

ພໍ່ເຖົ້າ ແກ້ວລາ ຈັນສີນາ (ອາຍຸ 84 ປີ), ທີ່ເຄີຍຄຽງບ່າຄຽງໄຫຼ່ກັບທະຫານຫວຽດນາມ ຕໍ່ສູ້ຢູ່ບ້ານດົງ, ເຊໂປນ, ເມືອງພິນ... ປ້ອງກັນຄວາມປອດໄພໃຫ້ຕອນເສັ້ນທາງຢູ່ເບື້ອງຕາເວັນຕົກສາຍພູຫຼວງໄປຜ່ານບັນດາແຂວງທາງພາກກາງ ແລະພາກໃຕ້ປະເທດລາວ, ກໍ່ສ້າງອໍານາດການປົກຄອງເຂດປົດປ່ອຍ, ບໍ່ອາດຫຼົງລືມໄດ້ຊຸມເດືອນປີທີ່ທຸກຍາກລໍາບາກເຂົ້າເມັດຫັກຜັກເສັ້ນດຽວກໍ່ເປັນຖ່ອງກັນບົນຈິດໃຈຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ.

ພໍ່ເຖົ້າ ໄດ້ເວົ້າວ່າ “ຄວາມໝາຍຂອງເສັ້ນທາງສາຍພູຫຼວງ, ເສັ້ນທາງໂຮ່ຈີມິນ ແມ່ນໃຫຍ່ຫຼວງທີ່ສຸດໃນການຕໍ່ສູ້ປົດປ່ອຍພາກໃຕ້. ມັນຮັບໃຊ້ຢ່າງແທດຈິງໃຫ້ບັ້ນຮົບປົດປ່ອຍພາກໃຕ້ຂອງ ຫວຽດນາມ. ຜ່ານນັ້ນໄດ້ຮັດແໜ້ນການພົວພັນຮ່ວມສໍາພັນສູ້ຮົບລະຫວ່າງກອງທັບ ແລະການປະຕິວັດສອງປະເທດຫວຽດນາມ-ລາວ. ຖ້າວ່າບໍ່ມີລະບົບເສັ້ນທາງເສີມກຳລັງຈາກພາກເໜືອນັ້ນການປົດປ່ອຍພາກໃຕ້ຫວຽດນາມ ຈະຫຍຸ້ງຍາກທີ່ສຸດ ແລະບໍ່ແນ່ນອນວ່າຈະຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະວ່ອງໄວຄືແນວນັ້ນ”.

leftcenterrightdel
ປະຕູທາງເຂົ້ານະຄອນສະຫວັນນະເຂດຢູ່ທາງເລກ 9. ພາບ: vov.vn.

ຄິດເຖິງສະໄໝກ່ອນຢູ່ບັນດາເສັ້ນທາງນ້ອຍຜ່ານປ່າໂດຍທະຫານຫວຽດນາມ ເຮັດຊອດມາຫາ ຫວຽດນາມ ເພື່ອມາຮໍ່າຮຽນ, ແລ້ວກໍ່ກັບເມືອຕໍ່ສູ້ຢູ່ບ້ານເກີດເມືອງນອນ, ທ່ານ ວິໄລວັນ ພົມເຄ, ອະດີດລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ລາວ, ອະດີດເລຂາພັກ-ເຈົ້າແຂວງໆສະຫວັນນະເຂດມີຄວາມນິຍົມນັບຖືຈິດໃຈພິລະອາດຫານ, ມີຫົວຄິດປະດິດສ້າງຂອງກອງທັບຂົນສົ່ງສິນຄ້າໜູນຊ່ວຍຈາກພາກເໜືອໄປໃຫ້ສະໜາມຮົບພາກໃຕ້.

ໂດຍອີງໃສ່ເສັ້ນທາງສາຍພູຫຼວງ ເຊິ່ງ ຫວຽດນາມ ສ້າງເປັນມະຫາໄຊລະດູບານໃໝ່ປີ 1975 ທ້ອນໂຮມປະເທດຊາດເປັນເອກະພາບ, ການປະຕິວັດລາວ ກໍ່ຍາດໄດ້ອໍານາດການປົກຄອງມາໃຫ້ປະຊາຊົນຢ່າງວ່ອງໄວ, ຫາກບໍ່ໄດ້ເສຍຫາຍຫຼາຍ.

ເວົ້າເຖິງເສັ້ນທາງໂຮ່ຈີມິນ, ທ່ານ ວິໄລວັນ ພົມເຄ ເນັ້ນໜັກວ່າ, ມັນມີຄວາມໝາຍໃຫຍ່ຫຼວງທີ່ສຸດ. ທີໜຶ່ງແມ່ນປົດປ່ອຍພາກໃຕ້ໄດ້ຢ່າງສົມບູນ. ທີສອງແມ່ນຜົນກະທົບຈາກໄຊຊະນະ 30 ເມສາ, ປະເທດລາວ ກໍ່ປົດປ່ອຍໂດຍໄວ, ຍາດໄດ້ອໍານາດການປົກຄອງ. ແທ້ຈິງຖ້າບໍ່ມີການຊ່ວຍເຫຼືອຂອງການປະຕິວັດຫວຽດນາມ, ການປະຕິວັດລາວ ກໍ່ຫຍຸ້ງຍາກ.

“ຜ່ານເສັ້ນທາງໂຮ່ຈີມິນ ນີ້ແມ່ນມີຫຼາຍດ້ານ, ເປັນຕົ້ນແມ່ນກໍ່ສ້າງອໍານາດການປົກຄອງຂັ້ນຮາກຖານ. ຕອນຂ້າພະເຈົ້າຮັບເອົາ ແລະບໍລິຫານ, ຕ້ອງອີງໃສ່ກໍາລັງພະນັກງານຈາກເຂດປົດປ່ອຍເກົ່າລົງມາຊ່ວຍສ້າງອໍານາດການປົກຄອງໃຫ້ເຂດປົດປ່ອຍໃໝ່”.

leftcenterrightdel
ອານຸສາວະລີທະຫານອາສາສະໝັກຫວຽດນາມ ຢູ່ທາງເລກ 9. ພາບ: vov.vn.

ປັດຈຸບັນເມື່ອມາບ້ານດົງ, ເຊໂປນ, ເມືອງພິນ, ເມືອງນອງ, ທາງເລກ 9 ທີ່ຢູ່ພາກໃຕ້ລາວ ເຮັດໃຫ້ນຶກເຖິງບັ້ນຕໍ່ສູ້ດຸເດືອດໃນຫຼາຍສິບປີກ່ອນນີ້ລະຫວ່າງທະຫານເຮົາກັບກອງທະຫານອາເມລິກາ, ປັດຈຸບັນແມ່ນເສັ້ນທາງແລ່ນຜ່ານລະຫວ່າງເຂດບ້ານນາທີ່ອຸດົມຮັ່ງມີ, ບັນດານິຄົມກະເສດ, ຟາມຢາງພາລາ, ກາເຟທີ່ຂຽວອຸ່ມທຸ່ມ.

ຍັງມີຮ່ອງຮອຍຂອງບັນດາທັບພາກ, ຄັງສາງ, ໂຮງໝໍ, ສຸກສາລາ... ຂອງກອງທະຫານປະສົມຫວຽດນາມ-ລາວ; ຍັງມີບັນດາອານຸສາວະລີນັກຮົບທະຫານອາສາສະໝັກຫວຽດນາມ ແລະທະຫານປະເທດລາວ ຕັ້ງຕະຫງ່ານໃກ້ກັນ, ສະຫງ່າອົງອາດຢູ່ເທິງຊາກປືນໃຫຍ່, ລັດຕັງ, ເຮືອບິນ.

ແຕ່ວ່າທາງເລກ 9 ດຽວນີ້ແມ່ນເສັ້ນທາງສຳຄັນຂອງແລວເສດຖະກິດຕາເວັນຕົກຕາເວັນອອກ, ເຊື່ອມຕໍ່ບັນດາແຂວງຕາເວັນອອກສ່ຽງເໜືອປະເທດໄທ, ພາກກາງ-ພາກໃຕ້ລາວ ກັບປະຕູທາງເຂົ້າພາກກາງຫວຽດນາມ, ເສັ້ນທາງໄດ້ປຸກລຸກຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາເຂດດິນແດນທີ່ເຈັບປວດ ແລະພິລະອາດຫານຜ່ານຜ່າຄວາມທຸກຍາກລຳບາກກ້າວໄປເຖິງອະນາຄົດ.

ໂດຍ: ໄຊນີດາ