leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກພ້ອມກັບນັກສຶກສາລາວ ແລະຄອບຄົວຫວຽດນາມເຂົ້າຮ່ວມລາຍການ. ພາບ: ຮຸ່ງຄວາ.

ລາຍການເພື່ອແນໃສ່ສ້າງສະພາບແວດລ້ອມໃຫ້ແກ່ນັກສຶກສາລາວ ໄດ້ສຳຜັດກັບຊີວິດການເປັນຢູ່, ການດໍາເນີນຊີວິດ, ວັດທະນະທໍາຂອງບັນດາຄອບຄົວຫວຽດນາມ; ໄດ້ຜັນຂະຫຍາຍການສາທິດດ້ວຍການເຂົ້າຮ່ວມຂອງ 13 ຄອບຄົວຫວຽດນາມທີ່ຮັບນັກສຶກສາລາວພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ ມາພັກເຊົາ, ດໍາເນີນຊີວິດຢູ່ນຳຄອບຄົວໃນໄລຍະເວລາ 3 ເດືອນ. ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍ ານະຄອນໂຮ່ຈີມິນ ຕີລາຄາສູງຄວາມໝາຍຂອງລາຍການໃນການໜູນຊ່ວຍທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ນັກສຶກສາລາວ ແລະສະແດງຄວາມຂອບອົກຂອບໃຈຕໍ່ການເອົາໃຈໃສ່, ອາລົມຈິດຂອງບັນດາຂະແໜງການ, ຂັ້ນຕ່າງໆ ແລະປະຊາຊົນຊາວນະຄອນໂຮ່ຈີມິນທີ່ສະຫງວນໃຫ້ແກ່ນັກສຶກສາລາວ.

ໂດຍ: ໄຊຊະນະ