ໃນໄລຍະຜ່ານມາ, ລະຫວ່າງທະຫານຊາຍແດນແຂວງເງະອານ ແລະກໍາລັງປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນການລາດຕະເວນສອງຝ່າຍປ້ອງກັນຊາຍແດນ. ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆ, ພິເສດແມ່ນອາດຊະຍາກຳຢາເສບຕິດ. ໂຄສະນາຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າຢູ່ 2 ຝັ່ງຊາຍແດນບໍ່ອົບພະຍົບຢ່າງຜິດກົດໝາຍ.

leftcenterrightdel
ກໍາລັງປະກອບອາວຸດແຂວງຊຽງຂວາງ, ປະເທດລາວ ຢ້ຽມຢາມ ແລະເຮັດວຽກທີ່ກອງບັນຊາການທະຫານຊາຍແດນແຂວງເງະອານ. ພາບ: ຮຸ່ງຟອງ.

ຄຽງຂ້າງນັ້ນ, ສາຍພົວພັນຮ່ວມມືໃນທຸກຂົງເຂດກໍ່ໄດ້ເພີ່ມທະວີປັບປຸງ. ບັນດາຝ່າຍທີ່ກ່ຽວຂ້ອງໄດ້ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ສະພາບການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ.

ທ່ານພັນເອກພິເສດ ເລຍືເກືອງ-ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຂອບອົກຂອບໃຈຢ່າງຈິງໃຈມາຍັງກໍາລັງປະກອບອາວຸດແຂວງຊຽງຂວາງ, ບັນດາກົມກອງແຮກສ່ຽວຂອງປະເທດເພື່ອນໃນໄລຍະຜ່ານມາເຊິ່ງຍາມໃດກໍ່ສາມັກຄີ, ສະໜິດຕິດພັນ, ຊ່ວຍເຫຼືອທະຫານຊາຍແດນແຂວງເງະອານ ສໍາເລັດໜ້າທີ່ຢ່າງຈົບງາມ.

leftcenterrightdel
ຄ້າຍທະຫານຊາຍແດນດ່ານຊາຍແດນສາກົນນໍ້າກັ໊ນລາດຕະເວນສອງຝ່າຍກັບເພື່ອນລາວ. ພາບ: ຮຸ່ງຟອງ.

ໃນໄລຍະຈະມາເຖິງ, ທະຫານຊາຍແດນແຂວງເງະອານ ຈະເພີ່ມທະວີການຮ່ວມມືໃນທຸກຂົງເຂດກັບບັນດາກໍາລັງ, ກົມກອງແຮກສ່ຽວ, ທ້ອງຖິ່ນຕ່າງໆກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ຕອນແຂວງເງະອານ ຕິດກັບ ແຂວງຊຽງຂວາງ ໃຫ້ເປັນເສັ້ນຊາຍແດນ “ແບບຢ່າງ”, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບແບບພິເສດ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

ໂດຍ: ໄຊນີດາ