ມີເຂົ້າ, ບໍ່ກິນມັນຕົ້ນອີກແລ້ວ!

ທ່ານ ອາລັງເບິ່ອືວ, ຮອງນາຍບ້ານອາປື, ເມືອງກະລຶມ, ແຂວງເຊກອງ ໃຫ້ຮູ້ວ່າ ບ້ານອາປືມີປະຊາກອນທັງໝົດ 228 ຄົນ, ດຳລົງຊີວິດຕົ້ນຕໍດ້ວຍການປູກເຂົ້ານາທາມ.

ປະຊາຊົນທີ່ນີ້ສ່ວນຫຼາຍແມ່ນຊົນເຜົ່າເກີຕູ, ມີສາຍພົວພັນຍາດວົງພົງພັນທີ່ໃກ້ຊິດສະໜິດສະໜົມກັບພໍ່ແມ່ປະຊາຊົນຢູ່ເຂດຊາຍແດນໄຕຢາງ, ສະນັ້ນຫວ່າງມໍ່ໆມານີ້, ເມື່ອຍາມເຂົ້າຍາກໝາກແພງວຽນມາແຕ່ລະເທື່ອ, ຫຼາຍຄົນໃນບ້ານໄດ້ໄປເຮືອນຍາດວົງພົງພັນຢູ່ໄຕຢາງ ເພິ່ງບຸນເພິ່ງຄຸນເຂົາເຈົ້າໜູນຊ່ວຍມັນຕົ້ນ, ເຂົ້າສານ. ຕໍ່ສະພາບການຕົວຈິງ ແລະຈາກການສະເໜີຂອງອໍານາດການປົກຄອງ, ປະຊາຊົນຢູ່ບ້ານຕ່າງໆຂອງເມືອງກະລຶມ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ແຕ່ລະປີລ້ວນແຕ່ໄດ້ສົ່ງເຂົ້າສານໄປໜູນຊ່ວຍປະຊາຊົນບັນດາບ້ານຂອງເມືອງກະລຶມ.

ຄອບຄົວທ່ານນາງ Bling Priêu ມີລູກ 8 ຄົນຍັງນ້ອຍຢູ່, ບໍ່ສາມາດຊ່ວຍພໍ່ແມ່ໄດ້ເທື່ອ. ປີນີ້, ລະດູການເກັບກ່ຽວຢູ່ບ້ານອາປື ບໍ່ໄດ້ຮັບຜົນດີ, ສະນັ້ນເຂົ້າກິນຈຶ່ງໝົດໄວ. ທ່ານນາງ Bling Priêu ເວົ້າວ່າ ຄອບຄົວຕົນໄດ້ກິນມັນຕົ້ນຕາງເຂົ້າມາຫຼາຍມື້ແລ້ວ, ແຕ່ມັນຕົ້ນກໍ່ຄ່ອຍໆໝົດໄປແລ້ວ ສະນັ້ນເມື່ອທະຫານຊາຍແດນແຂວງກວ໋າງນາມ ໄດ້ເອົາເຂົ້າສານມາຊ່ວຍ, ບໍ່ພຽງແຕ່ຄອບຄົວທ່ານນາງເທົ່ານັ້ນ ຫາກທັງໝູ່ບ້ານໃຜໆກໍ່ມີຄວາມເບີກບານມ່ວນຊື່ນ.

ທ່ານນາງ Bling Priêu ໃຫ້ຮູ້ວ່າ ຄອບຄົວຂ້າພະເຈົ້າທຸກຍາກຫຼາຍ, ຫຼາຍຄາບຕ້ອງກິນມັນຕົ້ນ. ເມື່ອໄດ້ຮັບເຂົ້າສານນີ້, ທຸກຄົນໃນຄອບຄົວກໍ່ຈະໄດ້ກິນເຂົ້າແລ້ວ. ຂ້າພະເຈົ້າຂອບໃຈທະຫານຊາຍແດນຫວຽດນາມຫຼາຍໆ. ບໍ່ພຽງແຕ່ສະເພາະຄອບຄົວທ່ານນາງ Bling Priêu ຫຼື ທ່ານ ອາລັງເບິ່ອືວ ເທົ່ານັ້ນ ຫາກຫຼາຍຄອບຄົວຂອງຊົນເຜົ່າລາວ ຢູ່ບັນດາບ້ານອາປື, ປານອນ, ຕາລອງ... ຂອງເມືອງກະລຶມ ລ້ວນແຕ່ໄດ້ຮັບການໜູນຊ່ວຍເຂົ້າສານຈາກທະຫານຊາຍແດນແຂວງກວ໋າງນາມ ເມື່ອຍາມເຂົ້າຍາກໝາກແພງວຽນມາໃນແຕ່ລະເທື່ອ. ໄດ້ຮັບການໜູນຊ່ວຍເຂົ້າໃຜໆກໍ່ສະແດງຄວາມຂອບໃຈຕໍ່ນໍ້າໃຈຂອງທະຫານຊາຍແດນແຂວງກວ໋າງນາມ.

leftcenterrightdel
ປະຊາຊົນລາວ ຮັບເຂົ້າຊ່ວຍເຫຼືອຈາກທະຫານຊາຍແດນແຂວງກວ໋າງນາມ. ພາບ: ຮົ່ງແອັງ.

ນໍ້າໃຈຂອງທະຫານຫວຽດນາມ

ນັບແຕ່ມີເສັ້ນທາງລົດຂຶ້ນໄປຫາຊາຍແດນ, ຮ້ອຍເອກ ດັ້ງເຟືອກຍຶດ ໄດ້ສະໜິດຕິດພັນກັບລົດ U-ran ຄັນນີ້, ມາຮອດປະຈຸບັນ, ອ້າຍຍັງຂົນສົ່ງສະບຽງອາຫານ, ສິນຄ້າໃຫ້ບັນດາຄ້າຍທະຫານຊາຍແດນ, ແຕ່ການຂົນສົ່ງເຂົ້າສານໄປໜູນຊ່ວຍໃຫ້ປະຊາຊົນລາວແຕ່ລະຖ້ຽວນັ້ນ ຍາມໃດກໍ່ນໍາມາເຊິ່ງຄວາມຕື້ນຕັນໃຈຍາກທີ່ຈະພັນລະນາໄດ້ໃຫ້ແກ່ອ້າຍ, ຍ້ອນວ່າລົດໄດ້ຂົນສົ່ງທັງນ້ຳໃຈຄວາມຮັກແພງຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ ໄປໃຫ້ປະຊາຊົນລາວອ້າຍນ້ອງຢູ່ຊາຍແດນຟາກນັ້ນ.

ທ່ານພັນໂທ ຮວ່າງແທັງຮ່າ, ຫົວໜ້າຄ້າຍທະຫານຊາຍແດນກາຣີ ໄດ້ສະໜິດຕິດພັນກັບເຂດຊາຍແດນນີ້ມາເປັນເວລາເກືອບ 3 ປີແລ້ວ, ຍ້ອນແນວນັ້ນ, ອ້າຍບໍ່ພຽງແຕ່ເຂົ້າໃຈເຖິງຄວາມລຳບາກກາກກຳຂອງພໍ່ແມ່ປະຊາຊົນໃນບໍລິເວນນີ້ເທົ່ານັ້ນ ຫາກຍັງນັບທັງບັນດາຄວາມຫຍຸ້ງຍາກຂອງປະຊາຊົນປະເທດເພື່ອນລາວອີກດ້ວຍ. ຄົນທີ່ຢູ່ອາປື ກໍ່ຄື ຢູ່ກາຣີ ສ່ວນຫຼາຍແມ່ນຊົນເຜົ່າເກີຕູ, ມີສາຍພົວພັນຍາດວົງພົງພັນທີ່ໃກ້ຊິດສະໜິດສະໜົມກັບພໍ່ແມ່ປະຊາຊົນຢູ່ຕາມເຂດຊາຍແດນໄຕຢາງ ສະນັ້ນຈຶ່ງມັກໄປມາຫາສູ່ກັນເປັນປະຈໍາ.

ເມື່ອຍາມເຂົ້າຍາກໝາກແພງວຽນມາແຕ່ລະເທື່ອ, ພໍ່ແມ່ປະຊາຊົນຢູ່ໄຕຢາງ ກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອພໍ່ແມ່ປະຊາຊົນປະເທດເພື່ອນລາວຢູ່ຊາຍແດນຟາກເບື້ອງນັ້ນ. ນີ້ແມ່ນວຽກເຮັດງານທໍາທີ່ເຕັມໄປດ້ວຍມະນຸດສະທຳ, ຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງອໍານາດການປົກຄອງ, ທະຫານ ແລະປະຊາຊົນສອງຟາກຊາຍແດນ, ພ້ອມກັນປະຕິບັດໜ້າທີ່ວຽກງານປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງປະເທດ".

ໂດຍ: ເຈິ່ນຮວ່ຽນ