ເນື່ອງໃນໂອກາດນີ້, ໜັງສືພິມເທີ໋ຍດ້າຍ ໄດ້ສໍາພາດທ່ານ ເຈິ່ນວັນຕຸຍ ກໍາມະການສູນກາງພັກ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ເພື່ອແບ່ງປັນກ່ຽວກັບການເຄື່ອນໄຫວສຳຄັນຫຼາຍຢ່າງຂອງສະມາຄົມໃນປີ 2019.

leftcenterrightdel
ທ່ານ ເຈິ່ນວັນຕຸຍ ກໍາມະການສູນກາງພັກ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ. ພາບ: thoidai.com.vn.

ຂໍຮຽນທ່ານ, ປີ 2019 ແມ່ນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກຫວຽດນາມ-ລາວຄົບຮອບ 70 ປີ. ເນື່ອງໃນໂອກາດນີ້ການພົວພັນຕ່າງປະເທດປະຊາຊົນມີການເຄື່ອນໄຫວສຳຄັນໃດແດ່?

ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ທີ່ນັບມື້ນັບໄດ້ຮັບການປັບປຸງຢ່າງໝັ້ນຄົງ, ພັດທະນາຂຶ້ນສູ່ລະດັບສູງໃໝ່. ນັບແຕ່ຕົ້ນປີ 2019, ສອງຝ່າຍໄດ້ຈັດຕັ້ງສໍາເລັດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ. ຈັດຕັ້ງສໍາເລັດກອງປະຊຸມ ຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ. ບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມແມ່ນໄດ້ຮັບການຊາບຊຶມຢ່າງເລິກເຊິ່ງ, ກວ້າງຂວາງເຖິງບັນດາຄະນະ, ກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຜັນຂະຫຍາຍໃຫ້ບັນລຸຜົນງານສູງສຸດໃນປີ 2019, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ.

ພິເສດ, ໃນປີ 2019, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກຫວຽດນາມ ຢູ່ ລາວ (30 ຕຸລາ 1949) ຄົບຮອບ 70 ປີ ທີ່ ຫວຽດນາມ ແລະລາວ, ເພື່ອສ້າງກໍາລັງແຜ່ຂະຫຍາຍຢ່າງແຮງໃນໝູ່ປະຊາຊົນ, ສຶກສາໃຫ້ຄົນຮຸ່ນໜຸ່ມສອງປະເທດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອການສຳພັນສູ້ຮົບພິເສດ, ການສະໜັບສະໜູນຖານເພື່ອນມິດ, ສະຫາຍລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃນປາງສົງຄາມຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍ່ຄືໃນວິວັດການສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດໃນປະຈຸບັນ. ຈາກນັ້ນ, ຮັບຮູ້ໄດ້ຄວາມຮັບຜິດຊອບ ແລະສະຕິປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ລຸ້ນຫຼັງ.

ພິເສດ, ສະມາຄົມມິດຕະພາບຫວຽດນາມ-ລາວ ຈະສົມທົບກັບຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ທີ່ຊ່ວຍເຫຼືອ ລາວ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງຫຼາຍຢ່າງ, ຄື: ການພົບປະ, ໂອ້ລົມສົນທະນາ... ເພື່ອແນໃສ່ສຶກສາໃຫ້ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

ຂໍຮຽນທ່ານ, ເພື່ອໃຫ້ການເຄື່ອນໄຫວເຫຼົ່ານີ້ສໍາເລັດຢ່າງຈົບງາມ, ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ກະກຽມຄືແນວໃດແດ່ ?

ພວກຂ້າພະເຈົ້າໄດ້ສຸມໃສ່ 3 ຈຸດໃໝ່ ຄື: ເປົ້າໝາຍໃໝ່, ຮູບການໃໝ່ ແລະປັດໄຈໃໝ່. ກ່ຽວກັບເປົ້າໝາຍ, ສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ ແລະທ້ອງຖິ່ນຍາມໃດກໍ່ເອົາໃຈໃສ່ເຖິງການໂຄສະນາ ແລະສຶກສາລຸ້ນໜຸ່ມກ່ຽວກັບສາຍພົວພັນອັນດີງາມຫວຽດນາມ-ລາວ, ພິເສດແມ່ນກໍາລັງນັກສຶກສາລາວ ທີ່ຮໍ່າຮຽນຢູ່ ຫວຽດນາມ.

ປີ 2017, ພວກຂ້າພະເຈົ້າໄດ້ສົມທົບກັບມະຫາວິທະຍາໄລການຄ້າ ແລະສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນຮ່າໂນ້ຍ ຈັດຕັ້ງສໍາເລັດ “ການແຂ່ງຂັນນັກສຶກສາລາວ ປາຖະກະຖາດ້ວຍພາສາຫວຽດນາມ”. ປີ 2018, ພວກຂ້າພະເຈົ້າສົມທົບກັບສະຖານທູດລາວ ປະຈໍາ ຫວຽດນາມ ຈັດຕັ້ງພິທີຍ້ອງຍໍນັກສຶກສາລາວ ທີ່ເປັນແບບຢ່າງ, ມີຜົນການຮໍ່າຮຽນທີ່ດີເລີດ...

leftcenterrightdel
ສະມາຄົມມິດຕະພາບຫວຽດນາມ-ລາວ ຍາມໃດກໍ່ເອົາໃຈໃສ່ເຖິງການໂຄສະນາ ແລະສຶກສາໃຫ້ລຸ້ນໜຸ່ມກ່ຽວກັບສາຍພົວພັນອັນດີງາມຫວຽດນາມ-ລາວ. ພາບ: thoidai.com.vn.

ກ່ຽວກັບຮູບການເຄື່ອນໄຫວ, ລວມມີບັນດາການເຄື່ອນໄຫວ “ກັບຄືນເຄົ້າກຳເນີດ”, ບັນດາການແຂ່ງຂັນໃຫ້ນັກສຶກສາລາວ ພວມຮໍ່າຮຽນຢູ່ ຫວຽດນາມ, ບັນດາການເຄື່ອນໄຫວບໍລິຈາກ, ໜູນຊ່ວຍປະຊາຊົນລາວ ຖືກອຸບັດເຫດ, ລາຍການຈັດໃຫ້ນັກສຶກສາລາວ ມາຮ່ວມດຳລົງຊີວິດພ້ອມກັບຄອບຄົວຫວຽດນາມ.

ກ່ຽວກັບປັດໄຈໃໝ່, ໃນປີ 2018, ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ຂະຫຍາຍອົງການຈັດຕັ້ງສະມາຄົມໃໝ່ຢູ່ບັນດາທ້ອງຖິ່ນ ແລະອົງການຈັດຕັ້ງ, ພິເສດແມ່ນສະມາຄົມມິດຕະພາບຫວຽດນາມ-ລາວ ໃນໝູ່ຕໍາຫຼວດປະຊາຊົນ ແລະສະມາຄົມມິດຕະພາບຫວຽດນາມ-ລາວ ໃນອົງການສໍານັກຂ່າວສານຫວຽດນາມ.

ທ່ານມີຄວາມມຸ່ງຫວັງຫຍັງແດ່ຕໍ່ຜົນສໍາເລັດຂອງການເຄື່ອນໄຫວມິດຕະພາບຫວຽດນາມ-ລາວ ໃນປີ 2019 ນີ້ ?

ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ, ປີ 2019 ນີ້ແມ່ນປີສໍາເລັດຂອງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ. ສໍາລັບການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກຫວຽດນາມ-ລາວ ຄົບຮອບ 70 ປີ: ສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງມີອົງການສັງກັດແມ່ນຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອ ລາວ, ຄະນະຕິດຕໍ່ທົ່ວປະເທດໄດ້ມີສະມາຊິກ ຫຼາຍພັນຄົນ. ນອກຈາກນັ້ນ, ປະຈຸບັນຄະນະຕິດຕໍ່ທົ່ວປະເທດລວມມີ 32 ຄະນະຕິດຕໍ່ຂັ້ນແຂວງ-ນະຄອນ ແລະ 25 ຄະນະຕິດຕໍ່ກົມກອງທີ່ເປັນມູນເຊື້ອດ້ວຍສະມາຊິກປະມານ 75.000 ຄົນ.

ດ້ວຍວິທີເຮັດໃໝ່, ກໍາລັງໜູນໃໝ່, ພື້ນຖານໝັ້ນແກ່ນ ແລະກໍາລັງເຮັດວຽກງານພົວພັນຕ່າງປະເທດປະຊາຊົນເປັນຈໍານວນຫຼວງຫຼາຍ, ພວກຂ້າພະເຈົ້າເຊື່ອໝັ້ນວ່າສາຍໃຈສອງປະເທດນັບມື້ນັບຂຽວສົດງົດງາມ, ໝັ້ນຄົງຂະນົງແກ່ນກວ່າອີກ.

ຂໍຂອບໃຈທ່ານ !

ໂດຍ: ໄຊນີດາ