ໂດຍແມ່ນຜູ້ນໍາທີ່ເຕີບໃຫຍ່ຈາກກອງທັບ, ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ຍາມໃດກໍ່ສະຫງວນນໍ້າໃຈຮັກແພງ, ເຄົາລົບນັບຖືໃຫ້ທ່ານ ເລດຶກແອງ, ການນໍາຜູ້ໜຶ່ງທີ່ມີຄວາມປີຊາສາມາດ, ມີໃຈດີຂອງຫວຽດນາມ, ຍາມໃດກໍ່ເອົາໃຈໃສ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ.

ຜ່ານການພົບປະ ແລະເຮັດວຽກຫຼາຍເທື່ອກັບສະຫາຍ ເລດຶກແອງ, ທ່ານ ຈູມມະລີ ໄຊຍະສອນ ຍາມໃດກໍ່ມີຄວາມປະທັບໃຈຕໍ່ຜູ້ນໍາເຮັດວຽກຢ່າງສຸດຈິດສຸດໃຈເພື່ອປະເທດຊາດ ແລະປະຊາຊົນ, ຜູ້ທີ່ອຸທິດຊີວິດຂອງຕົນໃຫ້ພາລະກິດປະຕິວັດຫວຽດນາມ. ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ຍາມໃດກໍ່ຖືບັນດາວິລະກໍາໃນພາລະກິດຕໍ່ສູ້ຕ້ານຝະລັ່ງ, ອາເມລິກາ ກູ້ຊາດຂອງສະຫາຍ ເລດຶກແອງ ແມ່ນບົດຮຽນອັນລໍ້າຄ່າໃຫ້ບັນດາການນໍາຂອງລາວຄືທ່ານ.

leftcenterrightdel
ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ໃຫ້ສໍາພາດຕໍ່ນັກຂ່າວ. ພາບ: vov.vn.

ອະດີດເລຂາທິການໃຫຍ່, ປະທານປະເທດລາວ ຈູມມະລີ ໄຊຍະສອນ ບໍ່ອາດຫຼົງລືມໄດ້ການຊ່ວຍເຫຼືອຢ່າງສຸດໃຈຈາກຫວຽດນາມ ໃນຊຸມປີທີ່ປະເທດລາວປະສົບກັບຄວາມຫຍຸງຍາກ, ພິເສດແມ່ນໃນດ້ານການທະຫານເມື່ອພົນເອກ ເລດຶກແອງ ເປັນລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ທ່ານ ຈູມມະລີ ໄຊຍະສອນ ຫວນຄືນວ່າ “ໃນໄລຍະສະຫາຍ ເລດຶກແອງ ເປັນລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ນີ້ແມ່ນໄລຍະກໍ່ສ້າງກໍາລັງ, ເຖິງວ່າປະເທດໄດ້ມີສັນຕິພາບແລ້ວກໍ່ຕາມ, ແຕ່ສະຫາຍຍາມໃດກໍ່ເອົາໃຈໃສ່ຢາກເຮັດໃຫ້ສາຍພົວພັນລະຫວ່າງກອງທັບສອງປະເທດນັບມື້ນັບໝັ້ນແກ່ນ, ຊ່ວຍເຫຼືອເພື່ອໃຫ້ກອງທັບລາວ ນັບມື້ນັບເຕີຍໃຫຍ່ເຂັ້ມແຂງ, ຜ່ານການໜູນຊ່ວຍເຄື່ອງອຸປະກອນ, ຈັດສົ່ງນັກຊ່ຽວຊານມາຊ່ວຍເຫຼືອກອງທັບລາວ. ສະຫາຍຍາມໃດກໍ່ເບິ່ງແຍງດູແລ, ປາດຖະໜາຢາກເຮັດໃຫ້ສາຍພົວພັນສອງປະເທດ ຫວຽດນາມ-ລາວ ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢ້ັງ.

ໃນຄວາມຊົງຈຳຂອງທ່ານ ຈູມມະລີ ໄຊຍະສອນ, ທ່ານ ເລດຶກແອງ ແມ່ນການນໍາທີ່ໄດ້ອຸທິດຊີວິດຂອງຕົນເພື່ອປະເທດຊາດ, ເພື່ອປະຊາຊົນຫວຽດນາມ ແລະຍາມໃດກໍ່ມີຄວາມຮອບຄອບຖີ່ຖ້ວນ, ສຸດຈິດສຸດໃຈກັບເພື່ອນມິດ, ສະຫາຍ. ເມື່ອຢ້ຽມຢາມສັນຖະວະໄມຕີລາວ ຢ່າງເປັນທາງການໃນປີ 1993, ເຖິງວ່າລາຍການເຮັດວຽກເຕັມກໍ່ຕາມ, ແຕ່ສະຫາຍ ເລດຶກແອງ ຍັງສະຫງວນເວລາໄປຢາມເຮືອນສ່ວນຕົວ, ຢ້ຽມຢາມຖາມຂ່າວປະທານ ສຸພານຸວົງ ແລະພັນລະຍາ.

leftcenterrightdel
ທ່ານ ເລດຶກແອງ ອະດີດປະທານປະເທດ ແລະພັນບະຍາ ໄປຢ້ຽມຢາມຖາມຂ່າວປະທານ ສຸພານຸວົງ ແລະພັນລະຍາ ຢູ່ເຮືອນສ່ວນຕົວໃນປີ 1993. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຈູມມະລີ ໄຊຍະສອນ ຫວນຄືນວ່າ: “ເມື່ອຂ້າພະເຈົ້າພວມດຳລົງຕຳແໜ່ງເປັນເລຂາທິການໃຫຍ່, ເນື່ອງໃນໂອກາດຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ຂ້າພະເຈົ້າ ໄດ້ມີໂອກາດຢ້ຽມຢາມຖາມຂ່າວສະຫາຍ ເລດຶກແອງ ເທື່ອໜຶ່ງ. ຂ້າພະເຈົ້າ ຍັງຈື່ວ່າເວລານັ້ນສະຫາຍ ເລດຶກແອງ ຖືກເຈັບໜັກ. ເຖິງວ່າອາຍຸສູງ, ເຈັບເປັນກໍ່ຕາມ, ແຕ່ເມື່ອຂ້າພະເຈົ້າຂໍລາ, ສະຫາຍຍັງພະຍາຍາມສົ່ງຂ້າພະເຈົ້າໄປຮອດປະຕູຢູ່! ເປັນໜ້າຕື້ນຕັນໃຈແທ້ໆ.

ໂດຍ: ທູຈາງ