ໃນການໄປກວດ, ປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າຄັ້ງຕ່າງໆຂອງສຸກສາລາທະຫານ ແລະປະຊາຊົນບ້ານທົ່ງແປ, ປະຊາຊົນລາວຫຼາຍຄົນໄດ້ມາກວດ, ປິ່ນປົວພະຍາດ, ຮັບຄຳປຶກສາດ້ານສຸຂະພາບນຳແພດໝໍທະຫານຊາຍແດນແຂວງຮ່າຕິ້ງ. ຍ້ອນໄດ້ຮັບການໂຄສະນາເຜີຍແຜ່ການປ້ອງກັນພະຍາດດີກວ່າການປິ່ນປົວ ແລະຍັງໄດ້ຮັບການເບິ່ງແຍງດູແລສຸຂະພາບໂດຍບໍ່ເສຍຄ່ານຳອີກ. ສະນັ້ນ, ບໍ່ພຽງແຕ່ແມ່ນຄົນທີ່ພວມເຈັບເປັນເທົ່ານັ້ນ ຫາກຜູ້ຍັງມີສຸຂະພາບແຂງແຮງກໍມາກວດສຸຂະພາບປະຈຳໄລຍະ.

leftcenterrightdel
ແພດໝໍທະຫານຊາຍແດນແຂວງຮ່າຕິ້ງ ກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນບ້ານທົ່ງແປ. ພາບ: ເທ໋ແມ້ງ.

ທ່ານ ວືຊ່ອງເຢີ, ອະດີດນາຍບ້ານໆທົ່ງແປ ທີ່ມາກວດພະຍາດຢູ່ສຸກສາລາດັ່ງກ່າວ ແບ່ງປັນວ່າ: ແພດໝໍທະຫານຊາຍແດນຢູ່ທີ່ນີ້ເກັ່ງຫຼາຍ ແລະຊ່ວຍເຫຼືອພໍ່ແມ່ປະຊາຊົນຢ່າງສຸດອົກສຸດໃຈ. ກາງເວັນກໍ່ຄືກາງຄືນ, ຝົນຕົກ ຫຼື ຟ້າແດດ, ເມື່ອໄດ້ຍິນວ່າມີຄົນເຈັບແມ່ນພວກອ້າຍກໍ່ມາກວດພະຍາດໃຫ້ໂລດ. ປະຊາຊົນຢູ່ບ້ານນີ້ຖືພວກອ້າຍຄືລູກຫຼານຂອງບ້ານນີ້.

ໂອ້ລົມກັບພວກຂ້າພະເຈົ້າ, ຮ້ອຍເອກພິເສດ, ແພດໝໍ ຫງວຽນຫວຽດດຶກ, ຫົວໜ້າສຸກສາລາທະຫານ ແລະປະຊາຊົນບ້ານທົ່ງແປ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ພ້ອມກັບການກວດ, ປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນແມ່ນກວ່າ 8.000 ເທື່ອຄົນແລ້ວ, ທະຫານຊາຍແດນແຂວງຮ່າຕິ້ງ ຍັງມອບອຸປະກອນການແພດໃຫ້ແກ່ຮາກຖານສາທາລະນະສຸກຂອງແຂວງບໍລິຄຳໄຊ  ດ້ວຍມູນຄ່າ 960 ລ້ານດົ່ງ. ນອກຈາກນັ້ນ, ສຸກສາລາດັ່ງກ່າວຍັງໄດ້ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະການຄຸ້ມຄອງຊາຍແດນຈໍານວນ 3 ຊຸດໃຫ້ແກ່ພະນັກງານ 120 ຄົນທີ່ສັງກັດກອງບັນຊາການທະຫານຊາຍແດນ ແລະປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ.

leftcenterrightdel
ທະຫານຊາຍແດນແຂວງຮ່າຕິ້ງ ມອບເຮືອນໄມຕີຈິດມິດຕິພາບໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານສົບເຕືອງ, ເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ. ພາບ: ເທ໋ແມ້ງ.

ໂດຍປະຕິບັດແຜນຮ່າງແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ ຕາມແຜນນະໂຍບາຍຂອງກອງບັນຊາການທະຫານຊາຍແດນຫວຽດນາມ, ບັນດາຕາແສງ, ກຸ່ມບ້ານຢູ່ເຂດຊາຍແດນແຂວງຮ່າຕິ້ງ ໄດ້ມີຫຼາຍໂຄງການ, ກິດຈະກໍາທີ່ມີຄວາມໝາຍ, ປະກອບສ່ວນຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ  - ລາວ ແລະສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມືພັດທະນາຮ່ວມກັນ. ທະຫານຊາຍແດນແຂວງຮ່າຕິ້ງ ແມ່ນຂົວຕໍ່ເພື່ອໃຫ້ຕາແສງເຊີນກິມ 1, ເມືອງເຮືອງເຊີນ ແຮກສ່ຽວກັບບ້ານທົ່ງແປ, ເມືອງຄໍາເກີດ; ຕາແສງເຊີນກິມ 2 ແຮກສ່ຽວກັບບ້ານນາເປ (ເມືອງຄໍາເກີດ)...

ຈາກການພົວພັນອັນສະໜິດສະໜົມນີ້ໄດ້ປະກອບສ່ວນຍົກສູງປະສິດທິພາບການຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢ່າງສັບສົນຢູ່ເຂດຊາຍແດນຢ່າງມີປະສິດທິຜົນຕາມສັນຍາກ່ຽວກັບຊາຍແດນສະບັບຕ່າງໆທີ່ໄດ້ລົງນາມ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. ນີ້ກໍ່ແມ່ນປັດໄຈສໍາຄັນເພື່ອປົກປັກຮັກສາອະທິປະໄຕຈາກທາງໄກ, ສ້າງເສັ້ນຊາຍແດນຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມືພັດທະນາຮ່ວມກັນ...

ໂດຍ: ໄຊຊະນະ