ຕ້ອນຮັບ ແລະເຮັດວຽກກັບຄະນະມີທ່ານ ຟ້າມກ໊ວກດາດ, ຮອງຫົວໜ້າພະແນກຍຸຕິທຳແຂວງແຄ໊ງຮວ່າ ພ້ອມກັບໝູ່ຄະນະພະນັກງານຫຼັກແຫຼ່ງຂອງພະແນກ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຫາຍເຢືອງ.

ທີ່ການເຮັດວຽກ, ການນຳສອງພະແນກຍຸຕິທຳໄດ້ແຈ້ງໃຫ້ກັນຮັບຊາບສະພາບການດ້ານເສດຖະກິດ-ສັງຄົມ ແລະໝາກຜົນວຽກງານຍຸຕິທຳຂອງແຕ່ລະແຂວງ. ສອງຝ່າຍໄດ້ແລກປ່ຽນບົດຮຽນ, ຊອກຮູ້ບັນດາບັນຫາວຽກງານດ້ານວິຊາສະເພາະທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນບັນດາຂົງເຂດ ຄື: ການໂຄສະນາເຜີຍແຜ່, ສຶກສາດ້ານກົດໝາຍ, ຍົກສູງຄວາມຮັບຮູ້ດ້ານກົດໝາຍໃຫ້ແກ່ປະຊາຊົນ; ໜູນຊ່ວຍດ້ານຍຸຕິທຳ...

ພະແນກຍຸຕິທຳແຂວງແຄ໊ງຮວ່າ ແລະພະແນກຍຸຕິທຳແຂວງຈຳປາສັກ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການພົວພັນມິດຕະພາບ ແລະການຮ່ວມມືໃນເດືອນພະຈິກ 2009, ສອງພະແນກຈະແລກປ່ຽນບົດຮຽນກ່ຽວກັບວຽກງານຍຸຕິທຳໃນບາງຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈເປັນປະຈຳ.

ໂດຍ: ສົມເພັດ