ທີ່ການເຮັດວຽກ, ການນຳສອງທ້ອງຖິ່ນໄດ້ແຈ້ງໃຫ້ກັນຮັບຊາບບັນດາໝາກຜົນບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງຂອງ 2 ແຂວງ; ໝາກຜົນການຮ່ວມມືໃນໄລຍະຜ່ານມາຂອງສອງຝ່າຍໃນທຸກຂົງເຂດ; ແລກປ່ຽນບັນດາກາລະໂອກາດຮ່ວມມື, ພັດທະນາສອງຝ່າຍໃນໄລຍະຈະມາເຖິງ.

leftcenterrightdel
ສະຫາຍ ເລເຈື່ອງລຶວ ເລຂາພັກແຂວງໆເທື່ອທຽນ-ເຫວ້ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານ ເລເຈື່ອງລຶວ ເລຂາພັກແຂວງໆເທື່ອທຽນ-ເຫວ້ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງສອງແຂວງສືບຕໍ່ໄດ້ເພີ່ມທະວີ ແລະພັດທະນາອັນດີງາມ, ນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະແທດຈິງໃນທຸກຂົງເຂດ. ທ່ານ ເລເຈື່ອງລຶວ ສະເໜີ ໃນໄລຍະຈະມາເຖິງສອງຝ່າຍສົມທົບກັນປັບປຸງເນື້ອໃນຮ່າງບົດບັນທຶກວ່າດ້ວຍການຮ່ວມມືໄລຍະ 2023 - 2027. ສອງຝ່າຍສ້າງເງື່ອນໄຂໃຫ້ບັນດາຂະແໜງການສົມທົບກັນ ແລະຜັນຂະຫຍາຍບົດບັນທຶກວ່າດ້ວຍການຮ່ວມມືຢ່າງມີປະສິດທິຜົນ ເພື່ອຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາຍແດນ; ເອົາໃຈໃສ່ຊຸກຍູ້, ເປີດກວ້າງ, ຫັນບັນດາກິດຈະກຳສົ່ງເສີມການຄ້າເປັນຫຼາຍຮູບຫຼາຍແບບ; ສືບຕໍ່ຮັກສາສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສິລະປະ. ຄຽງຂ້າງກັນນັ້ນ, ແຂວງອັດຕະປື ສືບຕໍ່ສ້າງ ເງື່ອນໄຂໃຫ້ຜູ້ອອກແຮງງານຂອງແຂວງເທື່ອທຽນ-ເຫວ້ ທີ່ທຳມາຫາກິນ, ດຳລົງຊີວິດຢູ່ແຂວງອັດຕະປື ບົນພື້ນຖານປະຕິບັດບັນດາຂໍ້ກຳນົດຂອງກົດໝາຍສອງປະເທດຢ່າງເຂັ້ມງວດ.

leftcenterrightdel
ສະຫາຍ ເລັດ ໄຊຍະພອນ ເລຂາພັກ, ເຈົ້າແຂວງໆອັດຕະປື. ພາບ: ສຳນັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ເລັດ ໄຊຍະພອນ ສະແດງຄວາມຂອບໃຈຕໍ່ການນຳແຂວງເທື່ອທຽນ-ເຫວ້ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ພ້ອມທັງຢັ້ງຢືນນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງຊາດລາວ-ຫວຽດນາມ ເວົ້າລວມ ແລະອັດຕະປື-ເທື່ອທຽນ-ເຫວ້ ເວົ້າສະເພາະໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ສຳນັກຂ່າວສານຫວຽດນາມ

ສະຫາຍ ເລັດ ໄຊຍະພອນ ສະເໜີວ່າ ໃນໄລຍະຈະມາເຖິງສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ຄື: ການສຶກສາ, ການແພດ, ວັດທະນະທຳ, ການທ່ອງທ່ຽວ, ກະສິກຳ, ການຄ້າ ແລະການລົງທຶນ. ແຂວງອັດຕະປື ປາດຖະໜາຢາກໃຫ້ການນຳແຂວງ, ບັນດາພະແນກ, ຄະນະ, ຂະແໜງການ, ພິເສດແມ່ນບັນດາວິສາຫະກິດຢູ່ເຫວ້ ມາຄົ້ນຄວ້າ, ຊອກຮູ້ຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອຊອກຫາກາລະໂອກາດຮ່ວມມື, ດຳເນີນທຸລະກິດຢູ່ທ້ອງຖິ່ນ, ແນໃສ່ເພີ່ມທະວີການພົວພັນສາມັກຄີ, ການຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່ໃນທຸກຂົງເຂດ.

ໂດຍ: ແສງເດືອນ