ກ່າວຄໍາເຫັນຕ້ອນຮັບຄະນະປະຕິບັດງານກະຊວງການເງິນລາວ, ສະຫາຍ ມາຍຊວນແທ່ງ ຜູ້ຮັກສາການຫົວໜ້າກົມໃຫຍ່ອາກອນຫວຽດນາມ ຢັ້ງຢືນວ່າ ການໄປປະຕິບັດງານຂອງກະຊວງການເງິນລາວ ຄັ້ງນີ້ແມ່ນເຫດການຢັ້ງຢືນສາຍພົວພັນການຮ່ວມມືໃນຂົງເຂດການເງິນ-ອາກອນ ລະຫວ່າງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນ ແລະເຂົ້າສູ່ລວງເລິກ.

leftcenterrightdel
ຄະນະປະຕິບັດງານກະຊວງການເງິນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກົມໃຫຍ່ອາກອນຫວຽດນາມ. ພາບ: ຫວຽດຢຸ້ງ.

ທີ່ການຕ້ອນຮັບ, ການນໍາອົງການອາກອນຂອງສອງປະເທດ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຜັນຂະຫຍາຍວຽກງານອາກອນ, ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືໃນຂົງເຂດອາກອນລະຫວ່າງຫວຽດນາມ ແລະລາວ, ຜ່ານນັ້ນປະກອບສ່ວນຍູ້ແຮງສາຍພົວພັນການຮ່ວມມືທີ່ເປັນມູນເຊື້ອ, ມິດຕະພາບສະໜິດຕິດພັນລະຫວ່າງສອງກະຊວງການເງິນ ໃນໄລຍະຕໍ່ໄປກວ່າອີກ.

ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງສອງອົງການ ໄດ້ແລກປ່ຽນບົດຮຽນກ່ຽວກັບການສ້າງ ແລະຜັນຂະຫຍາຍອາກອນນໍາໃຊ້ທີ່ດິນ ແລະອາກອນສໍາລັບກິດຈະການກໍ່ສ້າງປະເພດຕ່າງໆ. ໃນນັ້ນ, ສອງຝ່າຍໄດ້ພ້ອມກັນແບ່ງປັນເນື້ອໃນທີ່ກ່ຽວຂ້ອງເຖິງບົດຮຽນນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ, ຕິດຕາມ; ແບ່ງຂັ້ນຮັບຜິດຊອບກ່ຽວກັບພາລະບົດບາດໜ້າທີ່ຂອງບັນດາຝ່າຍທີ່ກ່ຽວຂ້ອງໃນວຽກງານຄຸ້ມຄອງການເກັບອາກອນ...

ໂດຍ: ຈາງຫງວຽນ