ທີ່ການຕ້ອນຮັບ, ສະຫາຍ  ຫງວຽນຄັ໊ກເທິ້ນ, ຮອງເລຂາພັກແຂວງທ໊າຍບິ່ງ, ປະທານຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ໄດ້ແນະນໍາໂດຍສັງເຂບບາງຈຸດພົ້ນເດັ່ນກ່ຽວກັບທີ່ຕັ້ງພູມສາດ, ເງື່ອນໄຂທໍາມະຊາດ ແລະຜົນງານໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນຊຸມປີຜ່ານມາ.

leftcenterrightdel
ສະຫາຍ ຫງວຽນຄັ໊ກເທິ້ນ ປະທານຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ຕ້ອນຮັບສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ. ພາບ: ເຝືອງລຽນ

ທ່ານ ປະທານຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ຢັ້ງຢືນວ່າ: ແຂວງທ໊າຍບິ່ງ ຍາມໃດກໍ່ມີການພົວພັນສະໜິດໜົມ, ຕິດພັນກັບປະເທດລາວ. ສະເພາະແຂວງທ໊າຍບິ່ງ ໄດ້ລົງນາມການຮ່ວມມືມິດຕະພາບກັບແຂວງໄຊຍະບູລີ ແລະມີນັກສຶກສາລາວ ກໍາລັງຮຽນຢູ່ແຂວງທ໊າຍບິ່ງ ເປັນຈໍານວນຫຼວງຫຼາຍ. ພ້ອມທັງປາດຖະໜາຢາກໃຫ້ແຂວງທ໊າຍບິ່ງ ເວົ້າສະເພາະ, ຫວຽດນາມ ເວົ້າລວມ ແລະປະເທດລາວ ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອ, ພ້ອມກັນສ້າງສາຍພົວພັນອັນດີງາມ ແລະພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ຕີລາຄາສູງການພົວພັນຮ່ວມມືແບບຍືນຍົງລະຫວ່າງສອງປະເທດໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຮ່ວມມືອັນດີງາມລະຫວ່າງລັດຖະບານ, ກະຊວງ, ຂະແໜງການຂອງສອງຝ່າຍ, ການຮ່ວມມືລະຫວ່າງແຂວງທ໊າຍບິ່ງ ກັບບັນດາແຂວງແຮກສ່ຽວຂອງລາວ, ໃນນັ້ນມີຂີດໝາຍທີ່ດີງາມກ່ຽວກັບວົງເງິນການຄ້າ, ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ, ການເຄື່ອນໄຫວພົບປະແລກປ່ຽນການຄ້າ, ວັດທະນະທໍາ-ສັງຄົມ, ການສຶກສາ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ສະແດງຄວາມເຊື່ອໝັ້ນວ່າ ແຂວງທ໊າຍບິ່ງ ຈະເປັນສູນເຊື່ອມຕໍ່ຂອງເຂດທົ່ງພຽງແມ່ນໍ້າແດງ, ສ້າງເງື່ອນໄຂຊຸກຍູ້້ເສດຖະກິດ-ສັງຄົມ ຂອງແຂວງໃຫ້ນັບມື້ນັບພັດທະນາ. ພ້ອມທັງຢັ້ງຢືນວ່າ ຈະສ້າງຂົວເຊື່ອມຕໍ່ຊຸກຍູ້ການພົວພັນສອງປະເທດ, ລະຫວ່າງບັນດາແຂວງໃຫ້ນັບມື້ນັບຮັດແໜ້ນ, ພັດທະນາກວ່າອີກ.

ໂດຍ: ໄຊນີດາ