ສະຫາຍ ເຈິ່ນກວກແຄງ ຕີລາຄາສູງລາຍການປະຕິບັດງານຂອງຄະນະຜູ້ແທນກະຊວງອຸດສາຫະກໍາ ແລະການຄ້າລາວ ຢູ່ຫວຽດນາມ, ລວມມີການເຄື່ອນໄຫວຫຼາຍຮູບຫຼາຍແບບ ຄື ເຮັດວຽກກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງເຖິງບົດຮຽນພັດທະນາອຸດສາຫະກໍາ; ໄປທັດສະນະສຶກສາ, ຮໍ່າຮຽນຢູ່ເຂດອຸດສາຫະກໍາ, ໂຮງງານບຳບັດທາດເສດເຫຼືອຢູ່ບາງທ້ອງຖິ່ນຫວຽດນາມ.

leftcenterrightdel
ສະຫາຍ ເຈິ່ນກວກແຄງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຕ້ອນຮັບ ແລະເຮັດວຽກກັບ ສະຫາຍ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ. ພາບ: ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ.

ສະຫາຍ ບຸນເຖິງ ດວງສະຫວັນ ໃຫ້ຮູ້ວ່າ ແຕ່ທ້າຍປີ 2022 ມາຮອດປະຈຸບັນ, ຝ່າຍກະຊວງອຸດສາຫະກໍາ ແລະການຄ້າລາວ ໄດ້ຈັດຕັ້ງຫຼາຍຄະນະປະຕິບັດງານມາຮໍ່າຮຽນກ່ຽວກັບຫົວເລື່ອງສະເພາະຢູ່ຫວຽດນາມ. ໃນການປະຕິບັດງານ ຄັ້ງນີ້, ສະຫາຍ ບຸນເຖິງ ດວງສະຫວັນ ປາດຖະໜາຢາກຮັບຟັງການແບ່ງປັນບົດຮຽນຈາກບັນດາອົງການຄຸ້ມຄອງຂອງຫວຽດນາມ ທີ່ກ່ຽວຂ້ອງເຖິງບັນດາເນື້ອໃນພັດທະນາເຂດອຸດສາຫະກໍາ, ພັດທະນາພະລັງງານທົດແທນ ແລະພະລັງງານສີຂຽວ, ພັດທະນາ ແລະເຮັດໃຫ້ຕະຫຼາດນ້ຳມັນເຊື້ອໄຟເປັນປົກກະຕິ ກໍ່ຄືມາຢ້ຽມຊົມເຂດອຸດສາຫະກໍາ, ສູນຜະລິດສະອາດຢູ່ບາງທ້ອງຖິ່ນໃກ້້ຄຽງໂດຍກົງ.

ສະຫາຍ ເຈິ່ນກວກແຄງ ຢັ້ງຢືນເຖິງສາຍພົວພັນສາມັກຄີ, ສະໜິດຕິດພັນແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ. ຝ່າຍຫວຽດນາມ ໄດ້ແບ່ງປັນສະພາບການເສດຖະກິດທີ່ຫຍຸ້ງຍາກຂອງລາວ ແລະຊົມເຊີຍເລື່ອງບັນດາກະຊວງ, ຂະແໜງການຂອງລາວ ຈັດຕັ້ງຫຼາຍຄະນະປະຕິບັດງານມາ ຮໍ່າຮຽນເອົາບົດຮຽນພັດທະນາການຄ້າ-ອຸດສາຫະກໍາ ຢູ່ຫວຽດນາມ.

ສິ້ນສຸດການເຮັດວຽກ, ສອງຝ່າຍຢັ້ງຢືນວ່າຈະພ້ອມກັນສົມທົບຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກໍາສອງຝ່າຍລະຫວ່າງສອງປະເທດ; ປະກອບສ່ວນຫັນເປົ້າໝາຍການເຕີບໂຕຂອງວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດໃຫ້ບັນລຸຕໍ່າສຸດແມ່ນ 10% ໃນປີ 2023 ໃຫ້ປະກົດຜົນເປັນຈິງ ຄືການນໍາຂັ້ນສູງສອງປະເທດໄດ້ວາງອອກ.

ໂດຍ: ຈາງຫງວຽນ