ຜ່ານນັ້ນ, ກົມການເມືອງ, ລັດຖະບານສອງປະເທດ ໄດ້ນຳແຜນນະໂຍບາຍກ່ຽວກັບການຄົ້ນຄວ້າກໍ່ສ້າງທົດລອງເຂດເສດຖະກິດການຄ້າຊາຍແດນ ຢູ່ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ເຂົ້າເອກະສານຕົກລົງຂອງສອງປະເທດ ເພື່ອຜັນຂະຫຍາຍປະຕິບັດ ໃນໄລຍະຈະມາເຖິງ.

ໃນເບື້ອງຕົ້ນ, ສອງປະເທດ ເຫັນດີເປັນເອກະພາບເລືອກເຟັ້ນ ແຂວງກວ້າງຈິ (ຫວຽດນາມ) ແລະແຂວງສະຫວັນນະເຂດ (ລາວ) ເພື່ອດໍາເນີນການກໍ່ສ້າງຮ່າງໂຄງການເຂດເສດຖະກິດການຄ້າຊາຍແດນ ລາວບ໋າວ-ແດນສະຫວັນ. ເມື່ອຜັນຂະຫຍາຍການກໍ່ສ້າງ, ເຂດເສດຖະກິດການຄ້າຊາຍແດນ ລາວບ໋າວ-ແດນສະຫວັນ ຈະອີງໃສ່ຮູບແບບ ສອງປະເທດມີສອງເຂດເສດຖະກິດ, ມີຄວາມເປັນເອກະພາບກ່ຽວກັບກົນໄກ, ນະໂຍບາຍ.

leftcenterrightdel
ເຂດເສດຖະກິດການຄ້າຊາຍແດນ ລາວບ໋າວ. ພາບ: moitruongvadothi.vn

ໃນໄລຍະ 2023 - 2030, ເຂດເສດຖະກິດການຄ້າຊາຍແດນ ລາວບ໋າວ-ແດນສະຫວັນ ຈະສຸມໃສ່ວາງແຜນຜັງ, ລົງທຶນພື້ນຖານໂຄງລ່າງເຂດດ່ານຊາຍແດນຂອງສອງປະເທດ ເພື່ອພັດທະນາການບໍລິການ logistics ແລະກໍ່ສ້າງເຂດອຸດສາຫະກໍາ ດ້ວຍຂະໜາດ 100-200 ເຮັກຕາ ຢູ່ເຂດເສດຖະກິດການຄ້າຊາຍແດນ ແດນສະຫັວນ; ວາງແຜນບັນດາສະຖານທີ່ສະດວກຢູ່ລຽບຕາມເສັ້ນທາງຫຼວງເລກ 9 ເພື່ອໃຫ້ບັນດາວິສາຫະກິດ ລົງທຶນກໍ່ສ້າງລະບົບຄັງສາງ,  ສົ່ງຕໍ່ສິນຄ້າ.

ຄາດຄະເນ, ເຂດເສດຖະກິດການຄ້າຊາຍແດນລາວບ໋າວ ໄດ້ຮັບການວາງແຜນ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ ເພື່ອພັດທະນາການບໍລິການ logistics ແລະສ້າງເປັນເຂດອຸດສາຫະກໍາ ຈະດຶງດູດຫຼາຍວິສາຫະກິດ ເຂົ້າມາລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງ ເພື່ອຜະລິດດໍາເນີນທຸລະກິດ. ຈາກນັ້ນ, ສ້າງວຽກເຮັດງານທໍາໃຫ້ແກ່ກໍາມະກອນ, ຜູ້ອອກແຮງງານຢູ່ເຂດເສດຖະກິດການຄ້າຊາຍແດນລາວບ໋າວ ກໍ່ຄືໃນແຂວງກວ້າງຈິ.

ເປັນອັນວ່າ, ໂຄງຮ່າງດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍທາງດ້ານເສດຖະກິດມະຫາພາກ ເທົ່ານັ້ນ; ຫາກຍັງມີຄວາມໝາຍໃນການສ້າງວຽກເຮັກງານທໍາ ໃຫ້ຊາວຜູ້ອອກແຮງງານ, ຍົກສູງຄຸນນະພາບຕະຫຼາດແຮງງານ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດດັ່ງກ່າວ ອີກດ້ວຍ.

ໂດຍ: ທູຈາງ