ທີ່ການເຮັດວຽກ, ສະຫາຍ ຫງວຽນຮົ່ງຢຽນ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບ ແລະແລກປ່ຽນກັບສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ຫວນຄືນສະພາບການເສດຖະກິດໃນປີ 2022, ສະຫາຍລັດຖະມົນຕີ ຫງວຽນຮົ່ງຢຽນ ຕີລາຄາສູງການບໍລິຫານຂອງລັດຖະບານລາວ ໃນສະພາບການເສດຖະກິດປະສົບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19 ແລະການປະທະກັນລະຫວ່າງ ລັດເຊຍ-ຢູ​ແກຼນ. ປີ 2022, GDP ຂອງລາວ ບັນລຸລະດັບເຕີບໂຕ 4,4%; ການເກັບລາຍຮັບເຂົ້າງົບປະມານລື່ນກາຍແຜນການທີ່ລັດຖະບານລາວ ວາງອອກ.

leftcenterrightdel
ສະຫາຍ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຕ້ອນຮັບ ແລະເຮັດວຽກກັບສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ພາບ: congthuong.vn

ພ້ອມກັນແບ່ງປັນສະພາບການເສດຖະກິດປີ 2022, ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ຕີລາຄາສູງການຟື້ນຟູຢ່າງແຮງຂອງເສດຖະກິດຫວຽດນາມ ໃນປີ 2022, ບັນລຸໝາກຜົນຕັ້ງໜ້າ ແລະຮອບດ້ານພໍສົມຄວນ, ພິເສດແມ່ນໃນສະພາບການໂລກ ແລະພາກພື້ນປະສົບຄວາມຫຍຸ້ງຍາກຫຼາຍຢ່າງ, ຂາດສະຖຽນລະພາບ, ລະດັບເຕີບໂຕຂອງຫຼາຍພື້ນຖານເສດຖະກິດຖືກຫຼຸດໜ້ອຍຖອຍລົງ.

ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ໃຫ້ຮູ້ວ່າ ປະຈຸບັນ ລັດຖະບານລາວ ໄດ້ ແລະກໍາລັງຜັນຂະຫຍາຍບັນດາມາດຕະການປະຕິຮູບເສດຖະກິດເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກຂອງປະເທດ ແລະປາດຖະໜາຢາກຮໍ່າຮຽນ, ແບ່ງປັນບົດຮຽນຈາກຝ່າຍຫວຽດນາມ.

ບົນຈິດໃຈດັ່ງກ່າວ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບບາງມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າສອງປະເທດໃນໄລຍະຈະມາເຖິງ, ລວມມີ: ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກະຊວງ, ຂະແໜງການສອງຝ່າຍຫວຽດນາມ ແລະລາວ, ຜັນຂະຫຍາຍບັນດາຄໍາໝັ້ນສັນຍາ, ຂໍ້ຕົກລົງທີ່ການນໍາຂັ້ນສູງສອງປະເທດໄດ້ວາງອອກຢ່າງມີປະສິດທິຜົນ; ສຸມໃສ່ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຫຼຸດຜ່ອນລາຄາຂົນສົ່ງສິນຄ້າ, logistic, ຍົກສູງກໍາລັງແກ່ງແຍ້ງສິນຄ້າສອງປະເທດ...

ໂດຍ: ຈາງຫງວຽນ