ທີ່ການຕ້ອນຮັບ, ສະຫາຍ ອີແທັງຮ່າ ນີເອດັມ ໄດ້ລາຍງານໃຫ້ສະຫາຍ ໄຊສົມພອນ ພົມວິຫານ ແລະສະຫາຍ ສິນລະວົງ ຄຸດໄພທູນ ຮັບຊາບກ່ຽວກັບຜົນການຮ່ວມມືລະຫວ່າງສະພາຊົນເຜົ່າ ຂອງສະພາແຫ່ງຊາດຫວຽດນາມ ແລະກໍາມາທິການບັນດາເຜົ່າ ຂອງສະພາແຫ່ງຊາດລາວ ໃນໄລຍະຜ່ານມາ, ທິດທາງຮ່ວມມືໃນໄລຍະຈະມາເຖິງ ແລະເລື່ອງສອງຝ່າຍຈັດຕັ້ງກອງປະຊຸມສໍາມະນາແບ່ງປັນບົດຮຽນ ໃນວຽກງານຊົນເຜົ່າຂອງສອງປະເທດ...

leftcenterrightdel
ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ຕ້ອນຮັບສະຫາຍ ອີແທັງຮ່າ ນີເອດັມ ພ້ອມດ້ວຍຄະນະ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ແລະສະຫາຍ ສິນລະວົງ ຄຸດໄພທູນ ຕີລາຄາສູງບົດຮຽນຂອງຫວຽດນາມ ໃນວຽກງານຊົນເຜົ່າ ແລະພັດທະນາ ຊົນນະບົດ, ປາດຖະໜາຢາກໃຫ້ຝ່າຍຫວຽດນາມ ສືບຕໍ່ໜູນຊ່ວຍ ແລະແບ່ງປັນບົດຮຽນອັນລໍ້າຄ່າກັບຝ່າຍລາວ ໃນບັນດາຂົງເຂດດັ່ງກ່າວ; ສະເໜີໃຫ້ກໍາມາທິການຊົນເຜົ່າ ຂອງສະພາແຫ່ງຊາດຫວຽດນາມ ແລະກໍາມາທິການບັນດາເຜົ່າ ຂອງສະພາແຫ່ງຊາດລາວ ສືບຕໍ່ຜັນຂະຫຍາຍປະຕິບັດບັນດາບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຢ່າງມີຄຸນນະພາບ, ປະສິດທິຜົນ, ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ.

leftcenterrightdel
ສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບສະຫາຍ ອີແທັງຮ່າ ນີເອດັມ ພ້ອມດ້ວຍຄະນະ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ໃນວັນດຽວກັນ, ຄະນະຜູ້ແທນສະພາຊົນເຜົ່າ ຂອງສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນກໍາມາທິການບັນດາເຜົ່າ ຂອງສະພາແຫ່ງຊາດລາວ. ທີ່ການເຈລະຈາ, ສອງຝ່າຍຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ, ວາງອອກທິດທາງການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນເຫັນດີເປັນເອກະພາບ ຈະເພີ່ມທະວີການຮ່ວມມືຮອບດ້ານກວ່າອີກ, ສືບຕໍ່ແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ ແລະພັດທະນາການພົວພັນລະຫວ່າງບັນດາອົງການຮັບຜິດຊອບວຽກງານຊົນເຜົ່າຂອງສອງປະເທດ...

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນດຽວກັນ, ຄະນະຜູ້ແທນສະພາຊົນເຜົ່າ ຂອງສະພາແຫ່ງຊາດຫວຽດນາມ ໄດ້ສົມທົບກັບກໍາມາທິການບັນດາເຜົ່າ ຂອງສະພາແຫ່ງຊາດລາວ ຈັດຕັ້ງກອງປະຊຸມສໍາມະນາ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານສ້າງນະໂຍບາຍກົດໝາຍ ແລະຕິດຕາມກວດກາການຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັບປະກັນຊີວິດສັງຄົມຂອງສອງຝ່າຍ, ແລກປ່ຽນບົດຮຽນຕິດຕາມກວດກາການພັດທະນາຊົນນະບົດ...

ໂດຍ: ທູຈາງ