ຍາມໃດກໍ່ຮັກສານ້ຳໃຈສະໜິດຕິດພັນ, ສະໜິດສະໜົມ, ເລິກເຊິ່ງກັບຫວຽດນາມ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ມັງກອນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ມາຢ້ຽມຢາມຖາມຂ່າວສະຫາຍ ຈຸມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ; ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ແລະສະຫາຍ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີລາວ.
    |
 |
ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມສະຫາຍ ຈຸມມາລີ ໄຊຍະສອນ. ພາບ: ເຍີດບັ໊ກ. |
ສະຫາຍ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະບັນດາສະຫາຍ, ເພື່ອນມິດສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ສະແດງຄວາມຂອບອົກຂອບໃຈຕໍ່ບັນດາສະຫາຍອະດີດການນຳລາວ ທີ່ໄດ້ມີການອຸທິດສ່ວນ ແລະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງການພົວພັນບໍລິສຸດຜຸດຜ່ອງ, ປອດໃສ, ສາມັກຄີພິເສດຫວຽດນາມ-ລາວ ກໍ່ຄືຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນໃຫ້ການພັດທະນາຮອບດ້ານຂອງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.
    |
 |
ສະຫາຍ ຟ້າມມິງຈິ໊ງ ຢ້ຽມຢາມອະດີດເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ. ພາບ: ເຍີດບັ໊ກ. |
ສະຫາຍ ຟ້າມມິງຈິ໊ງ ແຈ້ງໃຫ້ບັນດາສະຫາຍອະດີດການນຳຂັ້ນສູງຂອງລາວ ກ່ຽວກັບໝາກຜົນການພົບປະເຈລະຈາ, ການພົບປະກັບບັນດາສະຫາຍການນຳພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດລາວ; ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022; ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດແຖວໜ້າແກ່ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ແລະຖືວ່ານີ້ ແມ່ນຊັບສົມບັດອັນລ້ຳຄ່າໃນພາລະກິດປະຕິວັດຂອງສອງປະເທດ; ຢັ້ງຢືນວ່າ ຈະສືບຕໍ່ສືບທອດມູນເຊື້ອອັນດີງາມຂອງການນຳຮຸ່ນກ່ອນ, ເຮັດຈົນສຸດຄວາມສາມາດເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມຶຮອບດ້ານຫວຽດນາມ-ລາວ.
    |
 |
ສະຫາຍ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມສະຫາຍ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີລາວ. ພາບ: ເຍີດບັ໊ກ. |
ບັນດາສະຫາຍອະດີດການນຳລາວ ສະແດງຄວາມຂອບອົກຂອບໃຈຕໍ່ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ໄດ້ມາຢ້ຽມຢາມ; ຝາກຄຳຢ້ຽມຢາມຖາມຂ່າວ ແລະອວຍພອນສຸຂະພາບບັນດາສະຫາຍການນຳຂັ້ນສູງຫວຽດນາມ; ບັນດາສະຫາຍອະດີດການນຳ ສະເໜີສອງຝ່າຍສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ; ຍົກສູງປະສິດທິຜົນການຮ່ວມມື ແລະຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງລະຫວ່າງສອງປະເທດໃຫ້ມີປະສິດທິຜົນ; ເນັ້ນໜັກວ່າ ຕ້ອງສືບຕໍ່ເອົາໃຈໃສ່ສຶກສາ ແລະໂຄສະນາໃຫ້ປະຊາຊົນສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມກ່ຽວກັບມູນເຊື້ອການພົວພັນແບບພິເສດ, ຄວາມສະໜິດຕິດພັນ, ບໍລິສຸດຜຸດຜ່ອງລາວ-ຫວຽດນາມ, ຫວຽດນາມ-ລາວ.
ໂດຍ: ແສງເດືອນ