ກ່າວຄຳເຫັນທີ່ພິທີ, ສະຫາຍນາງ ກ່ຽວທິຮັ່ງຟຸກ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປະຈຸບັນ, ບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບຫວຽດນາມ - ລາວ ໄດ້ຜັນຂະຫຍາຍຢ່າງຄຶກຄື້ນ ແລະກວ້າງຂວາງໃນທຸກຂັ້ນ, ທຸກຂະແໜງການຈາກສູນກາງລົງຮອດທ້ອງຖິ່ນຢູ່ທັງສອງປະເທດຫວຽດນາມ ແລະລາວ. ສອງຝ່າຍໄດ້ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະບັນລຸໄດ້ຜົນງານຫຼາຍຢ່າງໃນຂົງເຂດການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ - ສັງຄົມ...

leftcenterrightdel
ສະຫາຍນາງ ກ່ຽວທິຮັ່ງຟຸກ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ແຂວງຫຼວງພະບາງ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາພັກ, ເຈົ້າແຂວງໆອຸດົມໄຊ ເນັ້ນໜັກວ່າ ບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ໄດ້ຊ່ວຍໃຫ້ທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບມູນເຊື້ອ, ຄວາມໝາຍ ແລະຄວາມສຳຄັນຂອງການພົວພັນສັດຊື່ບໍລິສຸດ ແລະໂປ່ງໃສລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ຈາກນັ້ນເພີ່ມຄວາມເອກອ້າງທະນົງໃຈ, ຍົກສູງຄວາມຮັບຜິດຊອບໃນການປົກປັກຮັກສາ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.

leftcenterrightdel
ສະຫາຍ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຮັກສາ, ແຜ່ຂະຫຍາຍ, ກໍ່ສ້າງ ແລະຍົກລະດັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ - ຫວຽດນາມ ເພື່ອແນໃສ່ຍົກສູງທ່າແຮງບົ່ມຊ້ອນ ແລະຄວາມສາມາດຂອງແຕ່ລະຝ່າຍ; ຍົກສູງຜົນສັກສິດ, ປະສິດທິຜົນການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນສຳຄັນນຳການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ໂດຍ: ທະນາພອນ