leftcenterrightdel
ສະຫາຍ ວີແຮ່ວ ກ່າວຄໍາເຫັນທີ່ກອງປະຊຸມແລກປ່ຽນວຽກງານກັບບັນດາເມືອງທີ່ມີເສັ້ນທາງຊາຍແດນຕິດຈອດກັນ ຂອງປະເທດລາວ. ພາບ: ຮວ່ຽນທື.

ກອງປະຊຸມດໍາເນີນໃນບັນຍາກາດເບີກບານມ່ວນຊື່ນ, ເປີດອົກເປີດໃຈ, ກົງໄປກົງມາ, ສາມັກຄີ, ຮ່ວມມືມິດຕະພາບແບບພິເສດ. ບັນດາຝ່າຍເຂົ້າຮ່ວມກອງປະຊຸມສືບຕໍ່ຢັ້ງຢືນມູນເຊື້ອຮ່ວມມືມິດຕະພາບແບບພິເສດ ຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ອາລົມຈິດທີ່ຈິງໃຈ, ຖານສະຫາຍ, ປະຊາຊົນຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງກີ່ເຊີນ ກັບອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເມືອງແຮກສ່ຽວ, ບັນດາເມືອງທີ່ມີເສັ້ນທາງຊາຍແດນຕິດຈອດກັນ ແລະກຸ່ມພາສີ ດ່ານສາກົນນໍ້າກັ່ນ, ລາວ.

ສິ້ນສຸດກອງປະຊຸມ, ເມືອງກີ່ເຊີນ ແລະບັນດາເມືອງທີ່ມີເສັ້ນທາງຊາຍແດນຕິດຈອດກັນ ແລະກຸ່ມພາສີດ່ານສາກົນນໍ້າກັ່ນ, ລາວ ໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກຊ່ວຍຈໍາບັນດາເນື້ອໃນແລກປ່ຽນວຽກງານ, ເຫັນດີເປັນເອກະພາບຕໍ່ເວລາທີ່ດຳເນີນກອງປະຊຸມແລກປ່ຽນວຽກງານ 6 ເດືອນຕົ້ນປີ 2023 ຢູ່ເມືອງກີ່ເຊີນ.

ໂດຍ: ຈາງຫງວຽນ