ທີ່ບັນດາການພົບປະ, ສະຫາຍ ຫົວໜ້າສະຖານກົງສູນ ຫງວຽນວັນຈູງ ຕີລາຄາສູງ ແລະຊົມເຊີຍບັນດາຜົນງານເຊິ່ງປະເທດລາວ ຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ເອກະລາດ, ປະຊາທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນໄດ້ຮັກສາໄວ້ຢ່າງໝັ້ນຄົງ; ການເມືອງ, ສັງຄົມມີສະຖຽນລະພາບ; ເສດຖະກິດຮັກສາທ່າເຕີບໂຕດີຢູ່, ຖານະບົດບາດ ແລະທີ່ຕັ້ງຂອງລາວ ຢູ່ພາກພື້ນ ແລະເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ; ຫວນຄືນບັນດາໝາກຜົນທີ່ພົ້ນເດັ່ນເຊິ່ງສະຖານກົງສູນໃຫຍ່ ແລະອໍານາດການປົກຄອງບັນດາແຂວງພາກໃຕ້ລາວ ຜັນຂະຫຍາຍໃນປີສາມັກຄີມິດຕະພາບ 2022 ດ້ວຍບັນດາການເຄື່ອນໄຫວສະເຫຼີມສະຫຼອງຢ່າງສົມກຽດ, ອຸດົມສົມບູນ ແລະແທດຈິງ; ສະແດງໃຫ້ເຫັນຄວາມເຂັ້ມຂຸ້ນ, ເລິກເຊິງຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ສ້າງຂີດໝາຍ, ປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງສອງປະເທດ.

leftcenterrightdel
ຄະນະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ປາກເຊ ມາອວຍພອນວັນຊາດລາວ ຢູ່ແຂວງ ຈໍາປາສັກ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາ 4 ແຂວງພາກໃຕ້ຂອງລາວ ກໍ່ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ໄດ້ຊ່ວຍເຫຼືອໃຫ້ລັດ ແລະປະຊາຊົນລາວ, ນັບທັງສະໄໝຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະປົກປັກຮັກສາ ແລະພັດທະນາປະເທດໃນປະຈຸບັນ; ຢັ້ງຢືນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະຖານກົງສູນໃຫຍ່ ຜັນຂະຫຍາຍບັນດາເນື້ອໃນວຽກງານໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບແບບພິເສດລະຫວ່າງລາວ-ຫວຽດນາມ ກວ່າອີກ.

ໂດຍ: ໄຊນີດາ