leftcenterrightdel
ສະຫາຍ ຟານວັນໝາຍ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ອວຍພອນ ສະຫາຍ ນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈໍານະຄອນໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ, ສະຫາຍ ຟານວັນໝາຍ ໄດ້ສົ່ງຄໍາອວຍພອນມາຍັງພະນັກງານ, ລັດຖະກອນສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍາ ນະຄອນໂຮ່ຈີມິນ ທຸກຖ້ວນໜ້າ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພະນັກງານ, ລັດຖະກອນສະຖານກົງສູນໃຫຍ່ລາວ ຈະເຮັດສໍາເລັດໜ້າທີ່ຂອງຕົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາການພົວພັນສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ. ການນໍານະຄອນໂຮ່ຈີມິນ ກໍຢັ້ງຢືນວ່າ ນະຄອນໂຮ່ຈີມິນ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວແນໃສ່ເພີ່ມທະວີການພົວພັນອັນເລິກເຊິ່ງ, ສະໜິດຕິດພັນກັບບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນປັບປຸງ ແລະພັດທະນາການພົວພັນມິດຕະພາບພິເສດ ຫວຽດນາມ-ລາວ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນສະຫາຍນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈໍາ ນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ ຈະສົມທົບກັບນະຄອນໂຮ່ຈີມິນ ຍູ້ແຮງບັນດາການເຄື່ອນໄຫວຕ່າງປະເທດ, ການຮ່ວມມື, ແລກປ່ຽນກັບຫວຽດນາມ ກວ່າອີກ, ໃນນັ້ນມີນະຄອນໂຮ່ຈີມິນ ໃນບັນດາຂົງເຂດ.  ລະອຽດແມ່ນບັນດາການເຄື່ອນໄຫວເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ ໂດຍນະຄອນໂຮ່ຈີມິນ ຈັດຕັ້ງໃນໄລຍະຈະມາເຖິງ; ຕັ້ງໜ້າປົກປັກຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍ: ໄຊຊະນະ