ແຕ່ລະທຶນການສຶກສາມີຄ່າ 3 ລ້ານດົ່ງດ້ວຍຍອດມູນຄ່າ 600 ລ້ານດົ່ງ. ເຫດການແມ່ນການເຄື່ອນໄຫວທີ່ມີຄວາມໝາຍສໍາຄັນ, ດໍາເນີນໃນທ່າມກາງບັນຍາກາດສອງປະເທດພ້ອມກັບສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022”; 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (5-9-1962/5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ (18-7-1977/18-7-2022).

leftcenterrightdel
ສະຫາຍນາງ ສຈ.ປອ ຫງວຽນທິຢວານ ແລະສະຫາຍ ແສງເພັດ ຮຸ່ງບຸນຍວງ ມອບທຶນການສຶກສາໃຫ້ນັກສຶກສາລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ສະຫາຍນາງ ສຈ.ປອ ຫງວຽນທິຢວານ ອະດີດຮອງປະທານປະເທດ, ປະທານສະມາຄົມສົ່ງເສີມການສຶກສາຫວຽດນາມ ໄດ້ແບ່ງປັນວ່າ ສາຍພົວພັນ ຫວຽດນາມ-ລາວ ແມ່ນສາຍພົວພັນມິດຕະພາບທີ່ຫາຍາກ, ຄວາມສາມັກຄີອ້າຍນ້ອງ, ການພົວພັນຮ່ວມມືຮອບດ້ານ. ເພື່ອເພີ່ມພູນຄູນສ້າງໃຫ້ສາຍພົວພັນອັນດີງາມ, ຫາຍາກ, ພິເສດນັ້ນ, ບັນດາໂຮງຮຽນຢູ່ຫວຽດນາມ  ນັບແຕ່ກ່ອນຈົນມາຮອດປະຈຸບັນ, ໄດ້ກໍ່ສ້າງນັກຮຽນ, ນັກສຶກສາລາວ ຫຼາຍໆຮຸ່ນ ແລະມີຫຼາຍວິທີການເພື່ອຊ່ວຍເຫຼືອເຂົາເຈົ້າໃນການຮໍ່າຮຽນ, ດໍາລົງຊີວິດ.

ຕາງໜ້າພັກ, ລັດ ແລະປະຊາຊົນລາວ ບັນດາຊົນເຜົ່າ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສົ່ງຄໍາຂອບອົກຂອບໃຈທີ່ເລິກເຊິ່ງເຖິງລັດຖະບານ, ລັດ, ປະຊາຊົນຫວຽດນາມ ເຊິ່ງຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອປະເທດລາວ, ເປັນຕົ້ນແມ່ນໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ພ້ອມທັງຕີລາຄາສູງການປະກອບຂອງສະມາຄົມສົ່ງເສີມການສຶກສາຫວຽດນາມ ໃນການມອບທຶນການສຶກສາໃຫ້ນັກສຶກສາລາວ.

ໂດຍ: ຈາງຫງວຽນ