ກ່າວຄໍາເຫັນທີ່ເວທີປາໄສ, ສະຫາຍ ສົມວິໄຊ ວົງທິລາດ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະການຄ້າລາວ ໃຫ້ຮູ້ວ່າ ເວທີປາໄສແມ່ນໂອກາດເພື່ອຮັບຟັງການແບ່ງປັນຂອງວິສາຫະກິດສອງປະເທດ ກ່ຽວກັບຄວາມຫຍຸ້ງຍາກ, ຄວາມປາດຖະໜາຕໍ່ອົງການຄຸ້ມຄອງແຫ່ງລັດ ແລະແບ່ງປັນບົດຮຽນໃນການເຄື່ອນໄຫວດໍາເນີນທຸລະກິດ; ພ້ອມທັງຕີລາຄາໝາກຜົນທີ່ບັນລຸໄດ້, ຂໍ້ຈໍາກັດໃນການເຄື່ອນໄຫວດ້ານການຄ້າ, ການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງ ຫວຽດນາມ-ລາວ ໃນໄລຍະຜ່ານມາ. ຄຽງຂ້າງນັ້ນມີການຕີລາຄາປະສິດທິຜົນຂອງບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດ, ບັນດາຂົງເຂດຄວນສຸມໃສ່ ເພື່ອສືບຕໍ່ປັບປຸງກົນໄກ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ.

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ເວທີປາໄສ, ສອງຝ່າຍໄດ້ປຶກສາຫາລືວິທີການສ້າງຄວາມດຶງດູດ ແລະລະດົມກໍາລັງຄວາມສາມາດເຂົ້າຮ່ວມຈາກວິສາຫະກິດສອງປະເທດໃນຂົງເຂດລະອຽດ: ໂຄງລ່າງການຄ້າ, ລະບົບຈໍາໜ່າຍຂາຍຍ່ອຍ, ທິດທາງພັດທະນາອຸດສາຫະກໍາປຸງແຕ່ງມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າລະຫວ່າງສອງປະເທດໃຫ້ບັນລຸລະດັບ 2 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງໂດຍໄວ.

ໂດຍ: ທູຈາງ