ທີ່ການພົບປະ, ສະຫາຍ ບຸ່ຍແທງເຊີນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໄລຍະ 2021 – 2025 ຢ່າງມີປະສິດທິຜົນ, ເສີມຂະຫຍາຍປະສິດທິຜົນບັນດາກົນໄກປຶກສາຫາລືປະຈຳປີຂັ້ນລັດຖະມົນຕີ ແລະຮອງລັດຖະມົນຕີ, ສົ່ງເສີມບັນດາກົມກອງທີ່ກ່ຽວຂ້ອງຂອງສອງກະຊວງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ໂດຍສະເພາະແມ່ນໃນວຽກງານຄົ້ນຄວ້າ ຍຸດທະສາດ, ການທູດເສດຖະກິດ,...; ເນັ້ນໜັກວ່າ ໃນສະພາບການພາກພື້ນ ແລະໂລກມີການຜັນແປຢ່າງສັບສົນ, ສອງຝ່າຍຄວນເພີ່ມທະວີການສົມທົບຫຼັກໝັ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນ. ສະຫາຍລັດຖະມົນຕີຢືນຢັນວ່າ ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ແລະໜູນຊ່ວຍຢ່າງສຸດຂີດ ເພື່ອໃຫ້ລາວ ດຳລົງບົດບາດເປັນປະທານອາຊຽນ ໃນປີ 2024 ປະສົບຜົນສໍາເລັດ.

leftcenterrightdel
ສະຫາຍ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີການຕ່າງປະເທດລາວ. ພາບ: ກະຊວງການຕ່າງປະເທດ

ສະຫາຍຮອງລັດຖະມົນຕີການຕ່າງປະເທດລາວ ໂພໄຊ ໄຂຄຳພິທູນ ໄດ້ເຫັນດີເປັນເອກະພາບສົມທົບກັນ ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍເວົ້າລວມ, ກໍ່ຄືການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ, ພິເສດແມ່ນສົມທົບໃນວຽກງານການທູດເສດຖະກິດ ເພື່ອຮັບໃຊ້ໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະປະເທດພາຍຫຼັງໂລກລະບາດຢູ່ແຕ່ລະປະເທດ.

ຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນກອງປະຊຸມປຶກສາຫາລືດ້ານການເມືອງຫວຽດນາມ - ລາວ ຄັ້ງທີ 7 ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ຟ້າມກວາງຮ້ຽວ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະສະຫາຍ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີການຕ່າງປະເທດລາວ.

ໂດຍ: ທະນາພອນ