ແລກປ່ຽນບົດຮຽນການເຄື່ອນໄຫວກຳມະບານກອງທັບສອງປະເທດ ຫວຽດນາມ-ລາວ
ກປ.ອອນໄລ - ຕອນບ່າຍວັນທີ 17 ພະຈິກ, ທີ່ ຫ້ອງການກໍາມະບານກອງທັບ ໄດ້ດໍາເນີນການແລກປ່ຽນບົດຮຽນການເຄື່ອນໄຫວວຽກງານກໍາມະບານລະຫວ່າງຫ້ອງການກໍາມະບານກອງທັບປະຊາຊົນຫວຽດນາມ ກັບຄະນະພະນັກງານກໍາມະບານ ກອງທັບປະຊາຊົນ ລາວ.
ສະຫາຍ ພັນເອກພິເສດ ຫງວຽນດີ່ງດຶກ ຫົວໜ້າຫ້ອງການກໍາມະບານກອງທັບປະຊາຊົນຫວຽດນາມ ແລະສະຫາຍ ພັນໂທ ໜູດໍາ ສຸລິໄຊ ຫົວໜ້າຄະນະພະນັກງານກຳມະບານ ກອງທັບປະຊາຊົນລາວ ເປັນປະທານຮ່ວມການເຮັດວຽກ.
ກ່າວຄໍາເຫັນທີ່ການເຮັດວຽກ, ສະຫາຍ ພັນເອກພິເສດ ຫງວຽນດີ່ງດຶກ ຊີ້ແຈ້ງວ່າ ນີ້ແມ່ນໂອກາດເພື່ອໃຫ້ພະນັກງານກຳມະບານກອງທັບສອງປະເທດ ພ້ອມກັນແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວກຳມະບານ ຄື: ຮູບແບບຈັດຕັ້ງກຳມະບານໃນກອງທັບສອງປະເທດ; ວິຊາສະເພາະວຽກງານກຳມະບານ ກໍ່ຄືບາງບົດຮຽນໃນການເຄື່ອນໄຫວກຳມະບານກອງທັບສອງປະເທດ.
    |
 |
ຫ້ອງການກຳມະບານກອງທັບປະຊາຊົນຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ຄະນະພະນັກງານກຳມະບານ ກອງທັບປະຊາຊົນລາວ. ພາບ: ກີມແອງ. |
ທີ່ການເຮັດວຽກ, ການນໍາຫ້ອງການກຳມະບານກອງທັບປະຊາຊົນຫວຽດນາມ ກໍ່ແຈ້ງໃຫ້ຊາບກ່ຽວກັບສະພາບການຈັດຕັ້ງ, ສັບຊ້ອນ, ພາລະບົດບາດ, ໜ້າທີ່ຂອງຫ້ອງການກຳມະບານກອງທັບ; ພ້ອມທັງຊີ້ແຈ້ງວ່າ ໃນຊຸມປີຜ່ານມາ, ຂະບວນການກໍາມະກອນ ແລະເຄື່ອນໄຫວວຽກງານກຳມະບານຂອງກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ໂດຍກົງແມ່ນກົມໃຫຍ່ການເມືອງ, ການແນະນໍາຂອງສະມາພັນໃຫຍ່ແຮງງານຫວຽດນາມ.
ຂອບໃຈຕໍ່ຫ້ອງການກຳມະບານກອງທັບປະຊາຊົນຫວຽດນາມ ທີ່ສະຫຼະເວລາຕ້ອນຮັບ, ສະຫາຍ ພັນໂທ ໜູດໍາ ສຸລິໄຊ ຫົວໜ້າຄະນະພະນັກງານກຳມະບານກອງທັບປະຊາຊົນລາວ ກໍ່ແຈ້ງໃຫ້ຫ້ອງການກຳມະບານກອງທັບປະຊາຊົນຫວຽດນາມ ຮັບຊາບກ່ຽວກັບບາງຈຸດຕົ້ນຕໍກ່ຽວກັບໂຄງປະກອບ, ພາລະບົດບາດ, ໜ້າທີ່ຂອງການຈັດຕັ້ງກຳມະບານກອງທັບປະຊາຊົນລາວ; ບາງການເຄື່ອນໄຫວພົ້ນເດັ່ນຂອງກຳມະບານກອງທັບປະຊາຊົນລາວ ໃນໄລຍະມໍ່ໆມານີ້.
ສອງຝ່າຍພ້ອມກັນຢັ້ງຢືນວ່າຈະສືບຕໍ່ສ້າງຄວາມສາມັກຄີທີ່ບໍລິສຸດຜຸດຜ່ອງຍືນຍົງລະຫວ່າງສອງພັກ, ສອງລັດ, ສອງກອງທັບໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ໂດຍ: ຈາງຫງວຽນ