ເຂົ້າຮ່ວມກອງປະຊຸມສໍາມະນາມີຜູ້ຕາງໜ້າການນໍາ, ພະນັກງານທີ່ເຮັດວຽກງານທ່ອງທ່ຽວຂອງ 20 ແຂວງຂຶ້ນກັບສອງປະເທດທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ-ລາວ.

ທີ່ກອງປະຊຸມສໍາມະນາ, ບັນດາບົດປະກອບຄຳເຫັນໄດ້ສຸມໃສ່ບາງເນື້ອໃນ: ນະໂຍບາຍຄຸ້ມຄອງ ແລະພັດທະນາການທ່ອງທ່ຽວ; ບົດຮຽນ, ການກໍານົດທິດປະສານກັນພັດທະນາ, ໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວ, ເພື່ອແນໃສ່ປະກອບສ່ວນຍົກສູງຄຸນນະພາບ, ໂຄສະນາການທ່ອງທ່ຽວຫວຽດນາມ-ລາວ; ບັນດາຂໍ້ສະເໜີ, ການຕີລາຄາ, ການກໍານົດທິດ ແລະມາດຕະການທີ່ມີລັກສະນະວິທະຍາສາດ ແລະພຶດຕິກຳຕົວຈິງກ່ຽວກັບວຽກງານປະສານ, ຮ່ວມມືພັດທະນາການທ່ອງທ່ຽວຢູ່ເຂດຊາຍແດນ ຫວຽດນາມ-ລາວ ໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຮ່າແຄງ

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຮ່າວັນຊຽວ ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ ແລະເນັ້ນໜັກວ່າ ກອງປະຊຸມສໍາມະນາແມ່ນເວທີເພື່ອແລກປ່ຽນ, ຕີລາຄາຄວາມສາມາດບົ່ມຊ້ອນ, ກາລະໂອກາດ ແລະການກໍານົດທິດທາງປະສານກັນກໍ່ສ້າງ ແລະພັດທະນາຜະລິດຕະພັນທ່ອງທ່ຽວຢູ່ເຂດຊາຍແດນ, ຮ່ວມມືສົ່ງເສີມການໂຄສະນາເພື່ອດຶງດູດແຂກມາທ່ອງທ່ຽວເຂດຊາຍແດນ ລາວ-ຫວຽດນາມ.

leftcenterrightdel
ຜູ້ແທນຢ້ຽມຊົມ, ຊອກຮູ້ຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວທີ່ກອງປະຊຸມສໍາມະນາ. ພາບ: ຮ່າແຄງ

ເພື່ອຂຸດຄົ້ນບັນດາທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດ ແລະສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ, ໃນໄລຍະຈະມາເຖິງ, ທ່ານ ວື່ອາບັ່ງ ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ຢັ້ງຢືນວ່າ ດ້ຽນບຽນ ຕັ້ງໜ້າປ່ຽນແປງໃໝ່ ແລະຍົກສູງຄຸນນະພາບວຽກງານຖະແຫຼງຂ່າວການຕ່າງປະເທດເພື່ອແນໃສ່ແນະນໍາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາລະໂອກາດລົງທຶນຂອງແຂວງ. ເພີ່ມທະວີຍູ້ແຮງວຽກງານສົມທົບກັບບັນດາທ້ອງຖິ່ນຂອງປະເທດເພື່ອນລາວ ເພື່ອຈັດຕັ້ງບັນດາລາຍການສົ່ງເສີມການທ່ອງທ່ຽວ, ໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວຂອງສອງຝ່າຍ.

ໂດຍ: ຈາງຫງວຽນ