ກ່າວຄໍາເຫັນທີ່ການເຂົ້າຢ້ຽມຂໍ່ານັບ, ສະຫາຍ ເລແທ່ງໂດ ປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ຢັ້ງຢືນວ່າ ການປະຕິບັດງານຂອງຄະນະຜູ້ແທນມີຄວາມໝາຍສໍາຄັນໃນການເພີ່ມທະວີການພົວພັນມິດຕະພາບ, ຮ່ວມມືລະຫວ່າງບັນດາແຂວງຂອງລາວ ກັບແຂວງດ້ຽນບຽນ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.

leftcenterrightdel
ບັນຍາກາດທີ່ການເຂົ້າຢ້ຽມຂໍ່ານັບ. ພາບ: dienbien.gov.vn

ທີ່ການເຂົ້າຢ້ຽມຂໍ່ານັບ, ສະຫາຍ ເລແທ່ງໂດ ໄດ້ແນະນໍາກ່ຽວກັບແຂວງດ້ຽນບຽນ ໂດຍສັງເຂບ ແລະແລກປ່ຽນ, ແຈ້ງໃຫ້ບັນດາສະຫາຍຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ. ພ້ອມທັງໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ແຂວງດ້ຽນບຽນ ຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃຫ້ເໝາະສົມກັບເງື່ອນໄຂສະພາບການຕົວຈິງຂອງແຂວງ, ໃນນັ້ນຍົກສູງປະສິດທິຜົນການຮ່ວມມືຕາມເນື້ອໃນຈິດໃຈທີ່ໄດ້ລົງນາມກັບບັນດາແຂວງ.

ສະຫາຍ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມແຂວງດ້ຽນບຽນ ຖືກກັບໂອກາດທີ່ແຂວງເປັນເຈົ້າພາບຈັດຕັ້ງງານພົບປະແລກປ່ຽນວັດທະນະທໍາ, ກິລາ ແລະທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ III ປີ 2022. ການຢ້ຽມຢາມຄັ້ງນີ້, ຄະນະສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງດ້ຽນບຽນ ຈະສືບຕໍ່ຮັດແໜ້ນການພົວພັນມິດຕະພາບແບບພິເສດລະຫວ່າງລາວ-ຫວຽດນາມ ແລະດ້ຽນບຽນ ກັບບັນດາທ້ອງຖິ່ນຂອງລາວ; ເອົາໃຈໃສ່, ໜູນຊ່ວຍຢ່າງແທດຈິງເພື່ອໃຫ້ສອງປະເທດ ກໍ່ຄືບັນດາທ້ອງຖິ່ນພ້ອມກັນພັດທະນາ.

ໂດຍ: ຈາງຫງວຽນ