ໃນໄລຍະ 15 ວັນ, ບັນດານັກສໍາມະນາກອນຫໍສະໝຸດກອງທັບປະຊາຊົນລາວ ໄດ້ຮັບເອົາບັນດາບົດຮຽນ ແລະເນື້ອໃນວຽກງານຫໍສະໝຸດ ໃນກອງທັບປະຊາຊົນຫວຽດນາມ ຈາກຖັນແຖວຄູອາຈານ, ພະນັກງານຫໍສະໝຸດທີ່ມີປະສົບການຫຼາຍຂອງຫໍສະໝຸດກອງທັບປະຊາຊົນຫວຽດນາມ; ໄດ້ຮັບແນະນໍາກ່ຽວກັບວຽກງານພັດທະນາຊັບພະຍາກອນຂໍ້ມູນຂ່າວສານ, ລາຍການເອກະສານຕາມມາດຕະຖານສາກົນກ່ຽວກັບຫໍສະໝຸດ, ວຽກງານຮັບໃຊ້ຜູ້ອ່ານ, ການໂຄສະນາແນະນຳປື້ມ ແລະໜັງສືພິມ,...

leftcenterrightdel
ຜູ້ຕາງໜ້າຄະນະຈັດຕັ້ງຊຸດຝຶກອົບຮົມມອບຂອງຂວັນໃຫ້ແກ່ນັກສໍາມະນາກອນ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີປິດ, ສະຫາຍນາງພັນເອກ ມາກຖຸ່ຍເຢືອງ, ອໍານວຍການຫໍສະໝຸດກອງທັບ ເນັ້ນໜັກວ່າ: “ຊຸດຝຶກອົບຮົມໄດ້ປະຕິບັດສໍາເລັດເປົ້າໝາຍທີ່ວາງອອກແມ່ນບໍາລຸງຄວາມຮູ້ພື້ນຖານກ່ຽວກັບວຽກງານຫໍສະໝຸດ, ຊ່ວຍພະນັກງານຫໍສະໝຸດກອງທັບປະຊາຊົນລາວ ຍົກສູງລະດັບວິຊາຊີບ, ວິຊາການ”.

ພະນັກງານຫໍສະໝຸດກອງທັບປະຊາຊົນລາວ ຂອບໃຈຄວາມເອົາໃຈໃສ່ຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຫໍສະໝຸດກອງທັບ ໄດ້ສ້າງເງື່ອນໄຂ ເພື່ອຍົກສູງລະດັບວິຊາຊີບ, ວິຊາການຮັບໃຊ້ຄວາມຕ້ອງການດ້ານວັດທະນະທໍາອ່ານຂອງພະນັກງານ, ນັກຮົບ ແລະປະຊາຊົນລາວ ໃຫ້ນັບມື້ນັບດີກວ່າ.

ໂດຍ: ທະນາພອນ