ນີ້ແມ່ນການເຄື່ອນໄຫວສຳຄັນຂອງຂະແໜງການສຶກສາຂອງສອງປະເທດເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ - ຫວຽດນາມ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຖືວ່າ: ຈຸດປະສົງຂອງການຈັດຕັ້ງເວທີປາໄສແມ່ນຕີລາຄາໝາກຜົນການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນໄລຍະຜ່ານມາ, ຊອກຫາວິທີການຮ່ວມມືໃໝ່ທີ່ມີປະສິດທິຜົນກວ່າອີກໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ ຢູ່ ຫວຽດນາມ ເວົ້າສະເພາະ ແລະການຮ່ວມມືໃນຂົງເຂດການສຶກສາບຳລຸງສ້າງເວົ້າລວມ.

leftcenterrightdel
ບັນຍາກາດທີ່ພິທີແລກປ່ຽນບົດບັນທຶກຊ່ວຍຈໍາ ແລະຂໍ້ຕົກລົງຮ່ວມມືລະຫວ່າງບັນດາອົງການສຶກສາ, ບັນດາມະຫາວິທະຍາໄລ, ວິທະຍາໄລຫວຽດນາມ ແລະລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຜ່ານມາ, ຫວຽດນາມ ກໍ່ໄດ້ຊ່ວຍລາວບໍາລຸງສ້າງຖັນແຖວພະນັກງານຄຸ້ມຄອງ, ນັກຊ່ຽວຊານໃນຫຼາຍຂົງເຂດວິທະຍາສາດ ແລະເຕັກໂນໂລຊີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມ ແລະປົກປັກຮັກສາປະເທດໃນສະພາບການໃໝ່.

ທີ່ເວທີປາໄສ, ໄດ້ດຳເນີນການແລກປ່ຽນບົດບັນທຶກຊ່ວຍຈໍາ ແລະສັນຍາຮ່ວມມື 24 ສະບັບລະຫວ່າງບັນດາອົງການຄຸ້ມຄອງການສຶກສາ, ມະຫາວິທະຍາໄລ ແລະວິທະຍາໄລຫວຽດນາມ - ລາວ ພາຍໃຕ້ການເປັນສັກຂີພິຍານຂອງການນໍາສອງກະຊວງພ້ອມດ້ວຍຜູ້ແທນສອງປະເທດ. ໃນຕອນເຊົ້າວັນທີ 29 ກັນຍາ, ທີ່ນະຄອນຫຼວງວຽງຈັນ, ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະກິລາ ລາວ ຈັດຕັ້ງງານວາງສະແດງດ້ານການສຶກສາຫວຽດນາມ - ລາວ 2022.

ໂດຍ: ໄຊນີດາ