ພິທີໄດ້ເລີ່ມຕົ້ນດ້ວຍລາຍການສະແດງສິລະປະທີ່ໂດດເດັ່ນເປັນພິເສດໂດຍນັກສິລະປິນຂອງສອງປະເທດຫວຽດນາມ-ລາວ ສະແດງມີບົດເພງຊົມເຊີຍຄວາມຮັກບ້ານເກີດເມືອງນອນປະເທດຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ, ຕໍ່ຈາກນັ້ນແມ່ນ ວິດີໂອ ຄລີບ ກ່ຽວກັບການພົວພັນຫວຽດນາມ-ລາວ ຜ່ານແຕ່ລະສະໄໝ.

leftcenterrightdel
ລາຍການສະແດງສິລະປະໂດຍນັກສິລະປິນລາວ ສະແດງທີ່ພິທີປິດ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ພິທີ, ສະຫາຍ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຢັ້ງຢືນວ່າ ໃນວິວັດການສ້າງຕັ້ງ ແລະພັດທະນາ, ການພົວພັນລະຫວ່າງສອງປະເທດລາວ-ຫວຽດນາມ ໄດ້ກາຍເປັນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ. ການນໍາຂັ້ນສູງສອງປະເທດຢັ້ງຢືນສືບຕໍ່ຮັດແໜ້ນການຮ່ວມມືເພື່ອພ້ອມກັນພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ, ເຕົ້າໂຮມສັງຄົມເປັນເອກະພາບ, ມີຄວາມປອງດອງ, ປະຊາທິປະໄຕ, ສະເໝີພາບ ແລະວັດທະນາຖາວອນຕາມບັນດາເປົ້າໝາຍສັງຄົມນິຍົມ.

ກ່າວຄໍາເຫັນທີ່ພິທີ, ສະຫາຍ ເຈິ່ນວັນຕຸ໊ຍ ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ເຊື່ອໝັ້ນວ່າ ອົງການຈັດຕັ້ງປະຊາຊົນຂອງສອງປະເທດຫວຽດນາມ-ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກ, ເສີມຂະຫຍາຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງ, ຈັດຕັ້ງຫຼາຍການເຄື່ອນໄຫວທີ່ແທດຈິງເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້ຢ່າງເລິກເຊິ່ງໃນໝູ່ປະຊາຊົນສອງປະເທດ, ເປັນຕົ້ນແມ່ນຮຸ່ນໜຸ່ມກ່ຽວກັບມູນເຊື້ອ ແລະຄວາມສໍາຄັນຂອງການພົວພັນຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ