leftcenterrightdel
ຄະນະຈັດຕັ້ງມອບລາງວັນທີໜຶ່ງໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍ ວຽງຈັນ. ພາບ: VOV

ໃນວັນທີ 27 ກັນຍາ 2022, ຢູ່ນະຄອນຫຼວງວຽງຈັນ, ພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບໂຮງຮຽນມັດທະຍົມຕອນປາຍ ແລະວິທະຍາໄລວິຊາຊີບ ໂດຍ ຫວຽດນາມ ຊ່ວຍເຫຼືອ, ຈັດການເສັງຖາມ - ຕອບວິທະຍາສາດ ແລະສະແດງລາຍການສິລະປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977 – 18/7/2022).

ກ່າວຄຳເຫັນທີ່ພິທີ, ທ່ານ ບຸນທັນ ແສງມະນີ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຫວັງວ່າ ຜ່ານບັນດາກິດຈະກຳນີ້, ພວກນ້ອງນັກຮຽນ ຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບສາຍພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ ຫຼາຍກວ່າອີກ.

ການເສັງຖືກຈັດຂຶ້ນຢູ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ດ້ວຍເນື້ອໃນຄຳຖາມກ່ຽວກັບສາຍພົວພັນ ຫວຽດນາມ - ລາວ. ສິ້ນສຸດການເສັງ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 2 ລາງວັນໃຫ້ແກ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ແລະ ໂຮງຮຽນມັດທະຍົມຕອນປາຍ ວຽງຈັນ ແລະ 5 ລາງວັນໃຫ້ແກ່ບັນດາລາຍການສະແດງສິລະປະ.

ໂດຍ: ກວຽດເຕິມ