leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານແຂວງດ້ຽນບຽນ ແລະກອງບັນຊາການທະຫານແຂວງຜົ້ງສາລີ ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍກົດລະບຽບສົມທົບກັນ. ພາບ: qdnd.vn

ກອງບັນຊາການທະຫານແຂວງດ້ຽນບຽນ ແລະກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຮັບຮອງເອົາກົດລະບຽບສົມທົບກັນເຄື່ອນໄຫວ ແລະເຫັນດີເປັນເອກະພາບຕໍ່ເນື້ອໃນສົມທົບກັນໂຄສະນາ, ສຶກສາອົບຮົມໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນສອງແຂວງກ່ຽວກັບມູນເຊື້ອວິລະຊົນຂອງກອງທັບສອງປະເທດ, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ. ສອງຝ່າຍກໍ່ເຫັນດີເປັນເອກະພາບຕໍ່ກົດລະບຽບສົມທົບກັນແລກປ່ຽນຂໍ້ມູນຂ່າວສານກ່ຽວກັບເສດຖະກິດ-ສັງຄົມ, ຄວາມໝັ້ນຄົງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະການຮ່ວມມືຢ່າງແໜ້ນແຟ້ນເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວກູ້ຊີບ-ກູ້ໄພເມື່ອເກີດໄພພິບັດທຳມະຊາດ, ໂລກລະບາດ, ພ້ອມທັງຕັ້ງໜ້າສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາເພື່ອແນໃສ່ໂຄສະນາພາບພົດ, ປະເທດ, ປະຊາຊົນ ແລະກອງທັບສອງປະເທດ.

ໂດຍ: ຈາງຫງວຽນ