leftcenterrightdel
ສະຫາຍ ຮວ່າງເຫງ໊ຍຮ໋ຽວ ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ແລກປ່ຽນກັບສະຫາຍ ວິໄລວົງ ບຸດດາຄໍາ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ. ພາບ: baonghean.vn

ທີ່ການຕ້ອນຮັບ, ສະຫາຍ ວິໄລວົງ ບຸດດາຄໍາ ໄດ້ແຈ້ງໃຫ້ການນໍາແຂວງເງະອານ ຮັບຊາບກ່ຽວກັບເງື່ອນໄຂທໍາມະຊາດ, ພົນລະເມືອງ ແລະສະພາບເສດຖະກິດ-ສັງຄົມ ໃນ 8 ເດືອນຕົ້ນປີ 2022, ສະຫາຍ ເນັ້ນໜັກວ່າ ເຖິງວ່າແຂວງຈໍາປາສັກ ແລະແຂວງເງະອານ ບໍ່ມີເສັ້ນຊາຍແດນຕິດຈອດກັນກໍ່ຕາມ, ແຕ່ຜ່ານການຢ້ຽມຢາມຄັ້ງນີ້, ຫວັງວ່າ ສອງຝ່າຍຈະເປີດການພົວພັນຮ່ວມມືໃນໄລຍະຈະມາເຖິງ.

ສ່ວນສະຫາຍ ຮວ່າງເຫງ໊ຍຮ໋ຽວ ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງແຂວງຈໍາປາສັກ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ.

leftcenterrightdel
ການນໍາ ແຂວງເງະອານ ແລະແຂວງຈໍາປາສັກ ຖ່າຍຮູບເປັນທີ່ລະນຶກ. ພາບ: baonghean.vn

ສະຫາຍ ຮວ່າງເຫງ໊ຍຮ໋ຽວ ໄດ້ແຈ້ງໃຫ້ຄະນະປະຕິບັດງານຂອງແຂວງຈໍາປາສັກ ຮັບຊາບກ່ຽວກັບເງື່ອນໄຂທໍາມະຊາດ, ພົນລະເມືອງ ແລະສະພາບເສດຖະກິດ-ສັງຄົມຂອງແຂວງເງະອານ. ສະຫາຍ ຮວ່າງເຫງ໊ຍຮ໋ຽວ ເນັ້ນໜັກວ່າ, ການເຄື່ອນໄຫວສົມທົບກັນ, ການຮ່ວມມືລະຫວ່າງແຂວງເງະອານ ແລະບັນດາແຂວງຂອງປະເທດລາວ ບໍ່ພຽງແຕ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນເທົ່ານັ້ນ, ຫາກຍັງປະກອບສ່ວນປັບປຸງ ແລະຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ. ສະຫາຍ ກໍ່ປາດຖະໜາວ່າ ການນຳແຂວງຈຳປາສັກ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ຊາວເງະອານ ທີ່ພວມດໍາລົງຊີວິດ, ເຮັດວຽກ, ຮໍ່າຮຽນ ກໍ່ຄືບັນດາວິສາຫະກິດຂອງແຂວງເງະອານ ທີ່ພວມລົງທຶນ, ຜະລິດ, ດໍາເນີນທຸລະກິດ ຢູ່ແຂວງຈໍາປາສັກ.

ໂດຍ: ທູຈາງ