leftcenterrightdel
ບັນຍາກາດທີ່ພິທີປິດ. ພາບ: hanoimoi.com.vn

ກ່າວຄໍາເຫັນທີ່ພິທີປິດ, ທ່ານນາງ ຫງວຽນທິຕວ໊ຽນ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນຮ່າໂນ້ຍ ຮັບຮູ້ ແລະຕີລາຄາສູງບັນດາຜົນການຮ່ວມມືອັນດີງາມລະຫວ່າງສະຫະພັນແຮງງານນະຄອນຮ່າໂນ້ຍ ແລະສະຫະພັນກໍາມະບານນະຄອນຫຼວງວຽງຈັນ. ນັບແຕ່ເມື່ອສ້າງຕັ້ງການພົວພັນຮ່ວມມືມິດຕະພາບ ເມື່ອປີ 1995, ອົງການຈັດຕັ້ງກໍາມະບານຂອງສອງນະຄອນ ໄດ້ແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນຂົງເຂດວຽກງານກໍ່ສ້າງຊົນຊັ້ນກໍາມະກອນ ແລະອົງການຈັດຕັ້ງກໍາມະບານ ເປັນປະຈໍາ.

leftcenterrightdel
ທ່ານນາງ ຫງວຽນທິຕວ໊ຽນ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນຮ່າໂນ້ຍ ແລະທ່ານ ຈັນທະພອນ ຄໍາມະນີຈັນ ຮອງທູດ ລາວ ປະຈໍາ ສສ ຫວຽດນາມ ມອບໃບຢັ້ງຢືນໃຫ້ພະນັກງານສະຫະພັນກໍາມະບານ ລາວ. ພາບ: hanoimoi.com.vn

ທ່ານນາງ ຫງວຽນທິຕວ໊ຽນ ເນັ້ນໜັກວ່າ “ບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືພິເສດຫວຽດນາມ-ລາວ, ກໍຄືການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງນະຄອນຫຼວງຮ່າໂນ້ຍ ກັບນະຄອນຫຼວງວຽງຈັນ; ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022”.

ທ່ານນາງ ຫງວຽນທິຕວ໊ຽນ ສະເໜີວ່າ ໃນໄລຍະຈະມາເຖິງ ສະຫະພັນແຮງງານນະຄອນຮ່າໂນ້ຍ ແລະສະຫະພັນກໍາມະບານນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະແຂວງຫຼວງພະບາງ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວໃນຫຼາຍຂົງເຂດ ຄື: ວຽກງານກໍ່ສ້າງ, ບໍາລຸງພະນັກງານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໂລກາພິວັດ, ການເຊື່ອມໂຍງ ແລະພັດທະນາ; ວຽກງານປົກປ້ອງຜົນປະໂຫຍດດ້ານເສດຖະກິດ-ສັງຄົມໃຫ້ຜູ້ອອກແຮງງານ; ບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືຮອບດ້ານລະຫວ່າງນະຄອນຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ.

ໂອກາດນີ້, ຜູ້ຕາງໜ້າມະຫາວິທະຍາໄລກໍາມະບານ ໄດ້ປະກາດຂໍ້ຕົກລົງຮັບຮອງຜົນການຮໍ່າຮຽນ ແລະມອບໃບຍ້ອງຍໍໃຫ້ນັກສໍາມະນາກອນທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ.

ໂດຍ: ໄຊຊະນະ