ພະມະຫາອາຈານ ທິກທ້ຽນເຍິນ, ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ແລະພຣະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ປະທານອົງການພຸດທະສາສະໜາສໍາພັນ ລາວ  ເປັນປະທານຮ່ວມພິທີ.

leftcenterrightdel
ບັນຍາກາດພິທີສະເຫຼີມສະຫຼອງທີ່ວັດເຝິດຕິກ ຢູ່ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 24 ກັນຍາ 2022. ພາບ: nhandan.vn

ກ່າວຄໍາເຫັນທີ່ພິທີ, ພະມະຫາອາຈານ ທິກທ້ຽນເຍິນ ເນັ້ນໜັກວ່າ ການພົວພັນພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະລາວ ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ນໍ້າໃຈອ້າຍນ້ອງອັນດູດດື່ມລະຫວ່າງອົງການພຸດທະສາສະໜາສອງປະເທດ. ອົງການພຸດທະສາສະໜາຫວຽດນາມ ຍາມໃດກໍຖືເປັນສໍາຄັນຕໍ່ການພົວພັນຮ່ວມມື, ການພົບປະແລກປ່ຽນກັບອົງການພຸດທະສາສະໜາສໍາພັນ ລາວ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 23 ກັນຍາ, ເມື່ອຕ້ອນຮັບຄະນະຜູ້ແທນອົງການພຸດທະສາສະໜາຫວຽດນາມ, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ກໍຢັ້ງຢືນວ່າ ປີ 2022 ແມ່ນປີທີ່ເປັນຂີດໝາຍອັນໃຫຍ່ຫຼວງຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

leftcenterrightdel
ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຄະນະຜູ້ແທນສູນກາງອົງການພຸດທະສາສະໜາຫວຽດນາມ. ພາບ: nhandan.vn

ຕີລາຄາສູງການຢ້ຽມຢາມຂອງຄະນະ, ທ່ານ ສິນລະວົງ ຄຸດໄພທູນ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການພຸດທະສາສະໜາຫວຽດນາມ ແລະອົງການພຸດທະສາສະໜາສໍາພັນ ລາວ ໃຫ້ສົມກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງປະເທດ, ທ່ານ ສະເໜີວ່າໃນໄລຍະຈະມາເຖິງຕ້ອງຍູ້ໄວການເຄື່ອນໄຫວພົບປະແລກປ່ຽນລະຫວ່າງອົງການພຸດທະສາສະໜາສອງປະເທດ ຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນກວ່າອີກ, ຜ່ານນັ້ນປະກອບສ່ວນຮັກສາຊີວິດແຫ່ງສັນຕິພາບ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ໂດຍ: ໄຊຊະນະ