leftcenterrightdel
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ ແລະທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເຂົ້າຮ່ວມການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ”. ພາບ: ຫງວຽນຫາຍຕ໊ຽນ.

ເຂົ້າຮ່ວມລາຍການ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ມີທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ; ບັນດາຮອງປະທານສະພາແຫ່ງຊາດລາວ; ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສປປ ລາວ; ການນໍາບັນດາກະຊວງ, ຂະແໜງການຂອງລາວ ພ້ອມດ້ວຍຜູ້ຕາງໜ້າສະຖານທູດ, ອົງການຜູ້ຕາງໜ້າການທູດ ບັນດາປະເທດ ປະຈໍາ ລາວ.

leftcenterrightdel
ບັນດານັກກິລາ ເຂົ້າຮ່ວມການແຂ່ງຂັນຖີບລົດ. ພາບ: nhandan.vn

ກ່າວຄໍາເຫັນເປີດພິທີ, ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ໃຫ້ຮູ້ວ່າ, ການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ຄັ້ງນີ້ ແມ່ນການເຄື່ອນໄຫວທີ່ນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022, ແນໃສ່ປະກອບສ່ວນຮັດແໜ້ນ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສະພາແຫ່ງຊາດສອງປະເທດ.

ຈຸດປະສົງຂອງການຈັດຕັ້ງການແຂ່ງຂັນຖີບລົດ “ຂະບວນລົດແຫ່ງນໍ້າໃຈສາມັກຄີ” ເພື່ອແນໃສ່ຊຸກຍູ້ ແລະເພີ່ມທະວີນໍ້າໃຈສາມັກຄີ, ຮັກແພງກັນລະຫວ່າງພະນັກງານ, ຄົນຮຸ່ນໜຸ່ມ ກໍຄືປະຊາຊົນສອງປະເທດ ມີໂອກາດຮ່ວມກັນເຂົ້າຮ່ວມກິດຈະກໍາແຂ່ງຂັນກິລາ. ພ້ອມກັນນັ້ນ, ນີ້ກໍແມ່ນການເຄື່ອນໄຫວຂໍ່ານັບຮັບຕ້ອນສອງວັນປະຫວັດສາດ ໃນປີ 2022 ຄື: ວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ຄົບຮອບ 45 ປີ.

ໂດຍ: ໄຊຊະນະ