ເມືອງ ເມືອງລາດ ມີເສັ້ນຊາຍແດນຕິດກັບເມືອງສົບເບົາ ແລະເມືອງວຽງໄຊ ແຂວງຫົວພັນ ທີ່ຍາວກວ່າ 108 ກິໂລແມັດ. ໃນໄລຍະຜ່ານມາ, ເມືອງ ເມືອງລາດ ໄດ້ຍູ້ແຮງວຽກງານສົມທົບກັບຝ່າຍ ລາວ ເພື່ອໂຄສະນາໃຫ້ປະຊາຊົນເຂດຊາຍແດນ ຮັບຊາບກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດ, ສັນຍາ, ກົດລະບຽບຊາຍແດນ ສອງຝ່າຍທີ່ໄດ້ລົງນາມ. ໄລຍະ 2018-2022, ເມືອງ ເມືອງລາດ ແລະເມືອງວຽງໄຊ ໄດ້ຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ກໍາລັງໃຈ, ອວຍພອນເຊິ່ງກັນໃນໂອກາດວັນບຸນ, ບຸນປີໃໝ່, ເຫດການການເມືອງສໍາຄັນຂອງສອງຝ່າຍ ທັງໝົດ 13 ຄັ້ງ. ຄ້າຍທະຫານຊາຍແດນ ຈຸງລີ້, ກວາງຈ້ຽວ ແລະ ກອງຮ້ອຍທະຫານຊາຍແດນ 215 ເມືອງວຽງໄຊ ຈັດຕັ້ງການພົບປະແລກປ່ຽນວຽງງານປະຈໍາໄລຍະ ລະຫວ່າງອໍານາດການປົກຄອງທ້ອງຖິ່ນ ແລະກໍາລັງປົກປັກຮັກສາຊາຍແດນ.

leftcenterrightdel
ບັນຍາກາດທີ່ພິທີລົງນາມບົດບັນທຶກຊ່ວຍຈໍາລະຫວ່າງເມືອງເມືອງລາດ ແລະເມືອງວຽງໄຊ, ເມືອງສົບເບົາ ແຂວງຫົວພັນ ໄລຍະ 2022-2024. ພາບ: baothanhhoa.vn

ນອກນີ້, ບັນດາຄ້າຍທະຫານຊາຍແດນ ທີ່ຕັ້ງທັບໃນບໍລິເວນເມືອງ ເມືອງລາດ ຍັງມອບອຸປະກອນການແພດ, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ປະຈໍາວັນໃຫ້ບັນດາກົມກອງ, ທ້ອງຖິ່ນຕິດກັບຊາຍແດນ ດ້ວຍມູນຄ່າກວ່າ 157 ລ້ານດົ່ງ. ແຕ່ປີ 2018 ມາຮອດປັດຈຸບັນ, ກໍາລັງປ້ອງກັນຄວາມສະຫງົບ, ກໍາລັງທະຫານຊາຍແດນສອງຝ່າຍ ໄດ້ສົມທົບກັນລາດຕະເວນສອງຝ່າຍທັງໝົດ 248 ຄັ້ງ, ດ້ວຍ 1.558 ເທື່ອຄົນເຂົ້າຮ່ວມ

ສໍາລັບເມືອງ ສົບເບົາ, ສອງຝ່າຍ ກໍໄດ້ຈັດຕັ້ງການປະຕິບັດວຽກງານໂຄສະນາສຶກສາອົບຮົມໃຫ້ພະນັກງານ ແລະປະຊາຊົນປະຕິບັດຕາມສັນຍາວ່າດ້ວຍກົດລະບຽບຊາຍແດນ ແລະບັນດາຂໍ້ຕົກລົງຮ່ວມມື ເຊິ່ງສອງ ລັດ, ສອງແຂວງ ແລະສອງເມືອງ ໄດ້ລົງນາມ. ການຮ່ວມມືລະຫວ່າງສອງຝ່າຍ ໄດ້ຮັບການເພີ່ມທະວີ ແລະປັບປຸງຢ່າງບໍ່ຢຸດຢັ້ງ. ຄ້າຍທະຫານຊາຍແດນ ດ່ານຊາຍແດນ ແຕນຕັ່ນ ແລະຄ້າຍທະຫານຊາຍແດນ ຕາມຈຸງ ພ້ອມກັບກອງຮ້ອຍທະຫານຊາຍແດນ 214, ດ່ານຊາຍແດນສົມຫວັງ ຈັດຕັ້ງການພົບປະແລກປ່ຽນວຽກງານປະຈໍາໄລຍະລະຫວ່າງ ອໍານາດການປົກຄອງທ້ອງຖິ່ນ ແລະກໍາລັງປົກປັກຮັກສາຊາຍແດນ ທັງໝົດ 10 ຄັ້ງ.

ພິເສດ, ແຕ່ປີ 2018 ມາຮອດປັດຈຸບັນ, ເມືອງ ເມືອງລາດ  ແລະເມືອງວຽງໄຊ, ເມືອງສົບເບົາ ໄດ້ຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມມື ທີ່ໄດ້ລົງນາມ ຢ່າງມີປະສິດທິຜົນ, ປະຊາຊົນສອງຟາກຊາຍແດນ ພົວພັນແລກປ່ຽນຄ້າຂາຍເປັນປົກກະຕິ. ເມື່ອພະຍາດໂຄວິດ-19 ແຜ່ລະບາດ, ເມືອງ ເມືອງລາດ ໄດ້ຊ່ວຍເຫຼືອວັດຖຸອຸປະກອນການແພດ ຮັບໃຊ້ວຽກງານສະກັດກັ້ນ ແລະຕ້ານພະຍາດໂຄວິດ-19 ໃຫ້ເມືອງສົບເບົາ ແລະ ເມືອງວຽງໄຊ ຈໍານວນໜຶ່ງ. ປະຊາຊົນສອງຟາກຊາຍແດນ ຍາມໃດກໍເສີມຂະຫຍາຍມູນເຊື້ອສາມັກຄີີ, ປະຕິບັດບັນດາສັນຍາຊາຍແດນຫວຽດນາມ-ລາວ, ຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງ ແທັງຮວ໋າ - ຫົວພັນ ແລະບົດບັນທຶກຮ່ວມມືລະຫວ່າງເມືອງ ເມືອງລາດ-ສົບເບົາ, ເມືອງລາດ-ວຽງໄຊ ໄດ້ເປັນຢ່າງດີ.

ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີການພົວພັນສະໜິດຕິດພັນມາແຕ່ດົນນານລະຫວ່າງປະຊາຊົນສອງຟາກຊາຍແດນ, ປະກອບສ່ວນຮັກສາສະຖຽນລະພາບ, ສ້າງເງື່ອນໄຂພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະຮ່ວມມືພ້ອມກັນພັດທະນາ.

ໂດຍ: ໄຊຊະນະ