ທີ່ພິທີ, ການນໍາສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາວ່າ ໃນຊຸມປີຜ່ານມາ, ແຂວງເງະອານ ແລະແຂວງຊຽງຂວາງ ແລະບັນດາເມືອງແຮກສ່ຽວຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນສອງຝ່າຍໄປມາຫາສູ່ກັນ, ພົບປະແລກປ່ຽນສິນຄ້າ ແລະບັນດາການບໍລິການ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: baonghean.vn

ທີ່ພິທີ, ການນໍາເມືອງກີ່ເຊີນ (ແຂວງເງະອານ) ແລະການນໍາເມືອງໜອງແຮດ (ແຂວງຊຽງຂວາງ) ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ກັນ, ສິິ່ງດັ່ງກ່າວສະແດງໃຫ້ເຫັນນໍ້າໃຈສາມັກຄີອັນໝັ້ນແກ່ນ. ນອກນີ້, ສອງຝ່າຍຍັງເຫັນດີເປັນເອກະພາບນໍາກັນ ຈະສືບຕໍ່ເພີ່ມທະວີການເຄື່ອນໄຫວສະໜິດຕິດພັນ, ໜູນຊ່ວຍພ້ອມກັນພັດທະນາ.

ໂດຍ: ທູຈາງ