ໄລ່ຮອດປີ 2019, ສະຖາບັນປະຫວັດສາດການທະຫານໄດ້ຈັດຕັ້ງ 8 ຊຸດຝຶກອົບຮົມໃຫ້ພະນັກງານກອງທັບປະຊາຊົນລາວ. ປີນີ້, ໃນເງື່ອນໄຂພະຍາດໂຄວິດ-19 ໄດ້ຄວບຄຸມເປັນຢ່າງດີ, ຕາມການສະເໜີຂອງກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດຫວຽດນາມ ມອບໜ້າທີ່ໃຫ້ສະຖາບັນປະຫວັດສາດການທະຫານຈັດຕັ້ງຊຸດຝຶກອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ຈຳນວນ 25 ຄົນ. ນີ້ແມ່ນບັນດາພະນັກງານຄຸ້ມຄອງ ຫຼືເຮັດວຽກງານປະຫວັດສາດການທະຫານທີ່ຂຶ້ນກັບຫຼາຍອົງການ, ກົມກອງຂອງກະຊວງປ້ອງກັນປະເທດລາວ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີໄຂຖ່າຍຮູບລວມ. ພາບ: ຮວ່າງຫວູ.

ຈາກບົດຮຽນແຫ່ງການຈັດຕັ້ງບັນດາຊຸດຝຶກອົບຮົມກ່ອນ ກໍ່ຄືລະດັບຄວາມຮູ້ຂອງບັນດາພະນັກງານກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມປີນີ້, ສະຖາບັນປະຫວັດສາດການທະຫານ ຈັດເນື້ອໃນຊຸດຝຶກອົບຮົມຕາມທິດທັງປະກອບເນ້ືອໃນຄວາມຮູ້ພື້ນຖານກ່ຽວກັບວິທີຄົ້ນຄວ້າປະຫວັດສາດການທະຫານໃຫ້ບັນດາສະຫາຍຫາກໍ່ເຂົ້າຂະແໜງ, ທັງປັບປຸງ, ບຳລຸງຄວາມຮູ້, ບົດຮຽນຄົ້ນຄວ້າປະຫວັດສາດການທະຫານ, ສະຫຼຸບສົງຄາມໃຫ້ບັນດາສະຫາຍເຄີຍເຮັດວຽກງານປະຫວັດສາດການທະຫານ. ຊຸດຝຶກອົບຮົມຈະປະກອບສ່ວນຍົກສູງຄວາມຮູ້ວິຊາສະເພາະໃຫ້ບັນດາພະນັກງານກອງທັບປະຊາຊົນລາວ, ເພື່ອແນໃສ່ແກ້ໄຂບາງບັນຫາວາງອອກສຳລັບຂະແໜງປະຫວັດສາດການທະຫານຂອງກອງທັບປະຊາຊົນລາວ ໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ