ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ສະເຫຼີມສະຫຼອງ 15 ປີແຫ່ງວັນແຮກສ່ຽວລະຫວ່າງສອງບ້ານ, ປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນຢູ່ເຂດຕິດກັບຊາຍແດນ, ຮັດແໜ້ນຄວາມສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ.

leftcenterrightdel
ຜູ້ຕາງໜ້າຄ້າຍທະຫານຊາຍແດນບານາງ ແລະສະມາຄົມອະດີດປະຕິບັດວຽກງານຄະນະຊາວໜຸ່ມ ເມືອງດົງເລ້, ນະຄອນດົງຮ່າ, ແຂວງກວາງຈີ້ ມອບຂອງຂວັນໃຫ້ປະຊາຊົນບ້ານຊາເຈີ່ມ ແລະບ້ານອາຊອກ. ພາບ: ເຟືອກຈຸງ.

ກ່າວຄໍາເຫັນທີ່ພິທີມອບຂວງຂວັນ, ທ່ານ ໂຮ່ວັນແທງ ຮອງຫົວໜ້າກຸ່ມບ້ານ III, ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ ໃຫ້ຮູ້ວ່າ “ນັບແຕ່ດົນນານມາແລ້ວ ປະຊາຊົນສອງບ້ານໄດ້ມີການພົວພັນສະໜິດຕິດພັນ, ຍາມໃດກໍ່ຮັກແພງອຸ້ມຊູຊ່ວຍເຫຼືອ ເຊິ່ງກັນແລະກັນ. ພິເສດ, ພາຍຫຼັງພິທີແຮກສ່ຽວ, ນໍ້າໃຈຂອງປະຊາຊົນສອງບ້ານ ໄດ້ສະແດງອອກຢ່າງເລິກເຊິ່ງ ແລະຮອບດ້ານກວ່າອີກ. ບັນດາຂອງຂວັນທີ່ພວກຂ້າພະເຈົ້າໄດ້ຮັບໃນມືນີ້ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາແຫ່ງຄວາມສາມັກຄີຖານອ້າຍນ້ອງ ຫວຽດນາມ-ລາວ ຍາມໃດກໍ່ແບ່ງປັນຄວາມທຸກຄວາມສຸກນຳກັນ. ພວກຂ້າພະເຈົ້າໝັ້ນໝາຍຈະຮັກສາຄວາມສາມັກຄີລະຫວ່າງປະຊາຊົນສອງຟາກຊາຍແດນກວ່າອີກ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງທີ່ກ່ຽວຂ້ອງຂອງສອງຝ່າຍ ເພື່ອປະກອບສ່ວນສ້າງຊາຍແດນ ໃຫ້ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໂດຍ: ຈາງຫງວຽນ