ຢ້ຽມຢາມເຂື່ອນໄຟຟ້າເຊີນລາ - ກິດຈະກໍາສະໜອງໄຟຟ້າກວ່າ 10 ຕື້ kWh/ປີ ໃຫ້ຕາໜ່າງໄຟຟ້າແຫ່ງຊາດຫວຽດນາມ, ທ່ານ ພູໂຂງ ແສງວິໄລ ຮອງຫົວໜ້າກົມ DESM, ຫົວໜ້າຄະນະປະຕິບັດງານ ໄດ້ສະແດງຄວາມປະທັບໃຈຕໍ່ກິດຈະກໍາໄຟຟ້ານ້ຳຕົກໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ທ່ານ ພູໂຂງ ແສງວິໄລ ໃຫ້ຮູ້ວ່າ: “ວິວັດການກໍ່ສ້າງ, ໃຫ້ຄຳປຶກສາການອອກແບບ ລ້ວນແຕ່ໂດຍນັກວິສະວະກອນຫວຽດນາມຮັບຜິດຊອບ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມເປັນເຈົ້າການເຕັກໂນໂລຢີ ໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດໃຫຍ່”.

ທ່ານ ພູໂຂງ ແສງວິໄລ ກໍ່ໄດ້ສະແດງຄວາມສົນໃຈ ຕໍ່ການຄຸ້ມຄອງການເຄື່ອນໄຫວຂອງອ່າງເກັບນ້ຳເຂື່ອນໄຟຟ້ານໍ້າຕົກເຊີນລາ. ໂດຍໄດ້ຮູ້ແລ້ວວ່າ, ບໍລິສັດໄຟຟ້ານ້ຳຕົກເຊີນລາ (ຂຶ້ນກັບກຸ່ມບໍລິສັດໄຟຟ້າຫວຽດນາມ) ໄດ້ກໍ່ສ້າງທົດລອງສູນຄວບຄຸມຄວາມປອດໄພໃຫ້ກິດຈະກຳເຂື່ອນໄຟຟ້າຂັ້ນໄດແມ່ນໍ້າດ່າ ແລະໄດ້ເປີດນໍາໃຊ້ເປັນເວລາກວ່າ 1 ປີ. ໜຶ່ງໃນບັນດາເປົ້າໝາຍສໍາຄັນທີ່ສຸດຂອງສູນ ແມ່ນຄຸ້ມຄອງຂໍ້ມູນຄວບຄຸມຄວາມປອດໄພໃຫ້ບັນດາກິດຈະກໍາ ບົນພື້ນຖານເຊື່ອມຕໍ່ສັນຍານບັນດາອຸປະກອນຕິດຕາມກວດກາ ແລະວັດແທກກິດຈະກໍາ; ເກັບກຳ, ໃຈ້ແຍກ, ຕີລາຄາ ແລະແກ້ໄຂຂໍ້ມູນ, ຮັບປະກັນລັກສະນະພາວະວິໄສ ແລະຊື່ສັດ. ຜ່ານນັ້ນ, ຊ່ວຍໃຫ້ EVN ແລະຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະຕ້ານໄພພິບັດທຳມະຊາດ ຍົກອອກຂໍ້ຕົກລົງການເຂື່ອນໄຫວຂອງອ່າງເກັບນ້ຳ ໃນລະດູນ້ຳຖ້ວມຢ່າງໄຫວພິບ, ສອດຄ່ອງກັບພະຍາກອນອຸຕຸນິຍົມ ແລະອຸທົກກະສາດ ຕາມເວລາຕົວຈິງ; ນຳມາເຊິ່ງຜົນປະໂຫຍດລວມສູງກວ່າ ໃຫ້ແກ່ລະບົບໄຟຟ້ານ້ຳຕົກຂັ້ນໄດຢູ່ແມ່ນ້ຳດ່າ, ປະກອບສ່ວນຢ່າງເໝາະສົມເຂົ້າໃນລະບົບໄຟຟ້າແຫ່ງຊາດ ແລະສະໜອງນ້ຳໃຫ້ເຂດລຸ່ມນ້ຳໃນລະດູແລ້ງ.

ຕາມທ່ານ ພູໂຂງ ແສງວິໄລ, ສູນຄວບຄຸມຄວາມປອດໄພໃຫ້ກິດຈະກຳເຂື່ອນໄຟຟ້າຂັ້ນໄດແມ່ນ້ຳດ່າ ແມ່ນຮູບແບບທີ່ດີ, ທັນສະໄໝ, ສອດຄ່ອງກັບທ່າອ່ຽງຂອງໂລກ. ຢູ່ລາວ ມີຫຼາຍລະບົບເຂື່ອນໄຟຟ້າຂັ້ນໄດຄືຢູ່ຫວຽດນາມ, ສະນັ້ນ, ຜ່ານການຢ້ຽມຢາມ, ຊອກຮູ້ ແລະ ແລກປ່ຽນປະສົບການ ຈະຊ່ວຍໃຫ້ຄະນະປະຕິບັດງານຂອງ DESM ເຂົ້າໃຈຕື່ມອີກກ່ຽວກັບການເຄື່ອນໄຫວຂອງອ່າງເກັບນ້ຳເຂື່ອນໄຟຟ້າຂັ້ນໄດ, ຄວາມສຳຄັນຂອງການຮັບປະກັນຄວາມປອດໄພໃຫ້ເຂື່ອນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເຂດລຸ່ມນ້ຳ.

ທ່ານ ພູໂຂງ ແສງວິໄລ ຫວັງວ່າ ບັນດານັກຊ່ຽວຊານຫວຽດນາມ, ດ້ວຍປະສົບການມາຫຼາຍປີໃນການເຄື່ອນໄຫວ ແລະຄວບຄຸມຄວາມປອດໄພຂອງເຂື່ອນ ຈະສືບຕໍ່ແບ່ງປັນບົດຮຽນ, ຊ່ວຍໃຫ້ວຽກງານເຄື່ອນໄຫວຂອງບັນດາເຂື່ອນໄຟຟ້ານໍ້າຕົກຂອງລາວ ໃນປະຈຸບັນ. ພ້ອມກັນນັ້ນ, ຊ່ວຍເຫຼືອລາວ ສ້າງຂໍ້ກຳນົດກ່ຽວກັບຄວາມປອດໄພຂອງເຂື່ອນ ແລະການເຄື່ອນໄຫວຂອງອ່າງເກັບນ້ຳ, ຮັດແໜ້ນອາລົມຈິດພິເສດຂອງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະລາວ.

ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບປະເທດລາວ

ທີ່ການເຮັດວຽກກັບຄະນະປະຕິບັດງານຂອງປະເທດເພື່ອນມິດລາວ, ບັນດານັກຊ່ຽວຊານດ້ານໄຟຟ້ານ້ຳຕົກຢູ່ທີ່ນີ້ ໄດ້ແກ້ໄຂຢ່າງລະອຽດບັນດາບັນຫາທີ່ຄະນະປະຕິບັດງານຂອງ DESM ວາງອອກ ເຊັ່ນ: ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຄວາມປອດໄພຂອງເຂື່ອນ ແລະອ່າງເກັບນ້ຳເຂື່ອນໄຟຟ້າ, ການເຄື່ອນໄຫວຂອງອ່າງເກັບນ້ຳໃນລະດູຝົນ, ລຳດັບບຸລິມະສິດເມື່ອເຄື່ອນໄຫວອ່າງເກັບນ້ຳ.

leftcenterrightdel
ຄະນະປະຕິບັດງານ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ລາວ) ຮັບຟັງການແນະນຳກ່ຽວກັບການເຄື່ອນໄຫວຂອງອ່າງເກັບນ້ຳເຂື່ອນໄຟຟ້າຮວ່າບິ່ງ. ພາບ: EVN

ທ່ານ ເຄືອງເຖ໊ແອງ, ຜູ້ອຳນວຍການບໍລິສັດໄຟຟ້ານ້ຳຕົກເຊີນລາ ໃຫ້ຮູ້ວ່າ: ບໍລິສັດພ້ອມແລ້ວທີ່ຈະແບ່ງປັນປະສົບການໃນການເຄື່ອນໄກວ ຂອງອ່າງເກັບນ້ຳ, ການກວດກາ ແລະຕີລາຄາຄວາມປອດໄພຂອງກິດຈະກໍາ ແລະປະສົບການໃນການເຄື່ອນໄຫວຂອງເຂື່ອນໄຟຟ້ານ້ຳຕົກຂະໜາດໃຫຍ່ທີ່ມີເຕັກໂນໂລຢີທັນສະໄໝ ແລະອັດຕະໂນມັດສູງ...  ຕາມທ່ານ ເຄືອງເຖ໊ແອງ ແລ້ວ ນີ້ແມ່ນບາດກ້າວຫັນຖະແຫຼງການຮ່ວມຂອງລັດຖະບານຫວຽດນາມ ໃຫ້ປະກົດຜົນເປັນຈິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (5/9/1962 -5/9/2022).

ທ່ານ ຫງວຽນກວກຈິ໊ງ, ຮອງຫົວໜ້າພະແນກເຕັກນິກ-ຜະລິດ - ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໃຫ້ຮູ້ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບ DESM ກ່ຽວກັບບັນດາເນື້ອໃນຄື: ການຄຸ້ມຄອງກໍ່ສ້າງ, ຄຸ້ມຄອງບັນດາກິດຈະກໍາ ເຂື່ອນໄຟຟ້ານ້ຳຕົກຢ່າງປອດໄພ ແລະມີປະສິດທິຜົນ; ຕີລາຄາ ແລະກວດກາບັນດາກິດຈະກໍາເຂື່ອນໄຟຟ້ານ້ຳຕົກ; ສ້າງຖານຂໍ້ມູນກ່ຽວກັບການຄຸ້ມຄອງຄວາມປອດໄພ ຂອງເຂື່ອນ ແລະອ່າງເກັບນໍ້າ; ສ້າງຂັ້ນຕອນການເຄື່ອນໄຫວຂອງອ່າງເກັບນ້ຳ ແລະລະບົບອ່າງເກັບນໍ້າ; ສ້າງແຜນທີ່ຖືກນ້ຳຖ້ວມຢູ່ເຂດລຸ່ມນ້ຳ ແລະ ແຜນການຮັບມື; ບໍາລຸງສ້າງຊັບພະຍາກອນມະນຸດຮັບໃຊ້ການເຄື່ອນໄຫວຂອງເຂື່ອນໄຟຟ້າ, ອ່າງເກັບນ້ຳ...

ໃນຂະນະນັ້ນ, ບໍລິສັດຫຸ້ນສ່ວນທີ່ປຶກສາກໍ່ສ້າງໄຟຟ້າ 1 (EVNPECC1) - ເຊິ່ງແມ່ນວິສາຫະກິດໄດ້ຜັນຂະຫຍາຍຫຼາຍໂຄງການເຂື່ອນໄຟຟ້ານໍ້າຕົກຢູ່ລາວ, ມີຫຼາຍປະສົບການໃນການໃຫ້ຄຳປຶກສາ, ອອກແບບກໍ່ສ້າງບັນດາກິດກະກໍາເຂື່ອນໄຟຟ້າ ແລະໃຫ້ຄຳປຶກສາກໍ່ສ້າງແຜນທີ່ບ່ອນຖືກນໍ້າຖ້ວນຢູ່ເຂດລຸ່ມນໍ້າ. ທ່ານ ຫງວຽນຮື໊ວຈີ້ງ, ຜູ້ອຳນວຍການໃຫຍ່ EVNPECC1 ໃຫ້ຮູ້ວ່າ: ບໍລິສັດ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະໃຫ້ຄຳປຶກສາວິທີການດີທີ່ສຸດໃຫ້ແກ່ DESM ແລະລັດຖະບານລາວ ກ່ຽວກັບຂົງເຂດດັ່ງກ່າວ.

ໂດຍ: ທະນາພອນ