ທີ່ການຕ້ອນຮັບ, ສະຫາຍ ຟານຫວຽດເກື່ອງ ຕີລາຄາວ່າ ແຂວງສະຫວັນນະເຂດ ມີຫຼາຍບົດຮຽນໃນການພັດທະນາແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະປະສົບຜົນສໍາເລັດ ໃນການພັດທະນາໂຄງລ່າງໂທລະຄົມມະນາຄົມທີ່ເຊື່ອມຕໍ່ 3 ປະເທດ ໄທ-ລາວ-ຫວຽດນາມ. ຜ່ານນັ້ນຍາດແຍ່ງທ່າໄດ້ປຽບທາງດ້ານພູມສາດ ເພື່ອດຶງດູດການລົງທຶນ, ພັດທະນາເສດຖະກິດ, ເພີ່ມລາຍຮັບງົບປະມານໃຫ້ແຂວງ ແລະນໍາແຂວງສະຫວັນນະເຂດ ກາຍເປັນໃຈກາງເສດຖະກິດແຖວໜ້າຢູ່ລາວ.

leftcenterrightdel
ສະຫາຍ ສັນຕິພາບ ພົມວິຫານ ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ ມອບຂອງຂວັນໃຫ້ສະຫາຍ ຟານຫວຽດເກື່ອງ ເລຂາພັກແຂວງກວ້າງນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນສະຫາຍ ສັນຕິພາບ ພົມວິຫານ ໃຫ້ຮູ້ວ່າ ສະຫວັນນະເຂດ ແມ່ນແຂວງໃຫຍ່ທີ 2 ຢູ່ລາວ, ນອນຢູ່ພາກກາງຂອງລາວ ແລະໄດ້ຮັບຖືວ່າແມ່ນໃຈກາງເສດຖະກິດແຖວໜ້າຂອງລາວ. ແຂວງມີທ່າແຮງພັດທະນາໃນຂົງເຂດກະສິກໍາ, ປ່າໄມ້, ແຮ່ທາດ. ທ່ານໃຫ້ຮູ້ຕື່ມອີກວ່າ ແຂວງສະຫວັນນະເຂດ ມີຄຸ້ມຖະໜົນເກົ່າແຕ່ສະໄໝຂຶ້ນກັບຝະລັ່ງ ແລະພວມມີແຜນການປະຕິສັງຂອນ, ອະນຸລັກຮັກສາເພື່ອພັດທະນາການທ່ອງທ່ຽວ. ເຖິງຢ່າງໃດກໍ່ຕາມ, ທາງແຂວງຍັງບໍ່ທັນມີບົດຮຽນໃນຂົງເຂດນີ້ເທື່ອ. ສະນັ້ນ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ທາງແຂວງປາດຖະໜາຢາກແລກປ່ຽນບົດຮຽນໃນວຽກງານປະຕິສັງຂອນ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າຂອງຄຸ້ມຖະໜົນເກົ່າເພື່ອຄົ້ນຄວ້າ, ໝູນໃຊ້ໃນໄລຍະຈະມາເຖິງ.

ໃນການຢ້ຽມຢາມ, ເຮັດວຽກຢູ່ແຂວງກວ້າງນາມ ໃນລະຫວ່າງວັນທີ 5-6 ສິງຫາ, ຄະນະປະຕິບັດງານແຂວງສະຫວັນນະເຂດ ໄດ້ຊອກຮູ້ບາງຮູບແບບເສດຖະກິດ, ການທ່ອງທ່ຽວ ແລະທ່ຽວຊົມຄຸ້ມຖະໜົນເກົ່າໂຮ້ຍອານ.

ໂດຍ: ທູຈາງ