ຕາມການຕີລາຄາໝາກຜົນລະຫວ່າງບັນດາຝ່າຍ, ປະສິດທິຜົນວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ ໄວ້ຢ່າງໝັ້ນຄົງ, ຮັດແໜ້ນສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ກວ່າອີກ.

leftcenterrightdel
ທ່ານພັນເອກພິເສດ ບຸ່ຍຮົ່ງແທັງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແລະທ່ານພັນເອກ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ເຊັນ, ມອບຮັບບົດບັນທຶກຊ່ວຍຈໍາ. ພາບ: baohatinh.vn

ທີ່ການພົບປະເຈລະຈາ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແລະກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ຄໍາມ່ວນ ໄດ້ປຶກສາຫາລື, ເຫັນດີເປັນເອກະພາບ, ເຊັນຫຼາຍເນື້ອໃນສໍາຄັນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ ໃນໄລຍະຈະມາເຖິງ.

ໃນນັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ລາດຕະເວນ;... ເພີ່ມທະວີການເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຂອງແຕ່ລະຝ່າຍໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຢູ່ເຂດຊາຍແດນ, ດ່ານຊາຍແດນ. ຍູ້ແຮງການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ອວຍພອນເນື່ອງໃນໂອກາດວັນບຸນໃຫຍ່, ວັນສ້າງຕັ້ງກໍາລັງຂອງແຕ່ລະຝ່າຍ, ບັນດາການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາກົມກອງ, ທ້ອງຖິ່ນສອງຟາກຊາຍແດນ...

ໂດຍ: ຈາງຫງວຽນ