leftcenterrightdel
ທ່ານ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ   ກ່າວຄໍາເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ເຫດການ, ທ່ານ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ  ໃຫ້ຮູ້ວ່າ ການພົບປະແລກປ່ຽນແມ່ນໜຶ່ງໃນບັນດາກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ 2022, ແມ່ນເຫດການສໍາຄັນ ເພື່ອໃຫ້ສອງປະເທດປັບປຸງ ແລະພັດທະນາສາຍພົວພັນມິດຕະພາບແບບພິເສດ, ຫວນຄືນປະຫວັດສາດ ແລະພ້ອມກັນມຸ່ງໄປເຖິງອະນາຄົດ.

ສ່ວນທ່ານ  ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດລາວ ປະຈໍາ ຝຣັ່ງ  ຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດ ຫວນຄືນປະຫວັດສາດອັນອົງອາດກ້າຫານ ເຊິ່ງໄດ້ສ້າງຂຶ້ນຈາກລຸ້ນພໍ່ລຸ້ນອ້າຍໄດ້ພ້ອມກັນສາມັກຄີ ຄຽງບ່າຄຽງໄຫຼ່ໃນພາລະກໍາຕໍ່ສູ້ຕ້ານສັດຕູຮຸກຮານ, ປົດປ່ອຍປະເທດຊາດ.

leftcenterrightdel
ລາຍການສະແດງສິລະປະຂອງຄະນະນັກສິລະປິນລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດການພົບປະແລກປ່ຽນ ຍັງດໍາເນີນການແຂ່ງຂັນກິລາມິດຕະພາບ, ແນະນຳອາຫານການກິນຂອງລາວ ແລະຫວຽດນາມ, ສະແດງສິລະປະເຊີດຊູປະເທດຊາດ, ຊາວຫວຽດນາມ ແລະລາວ, ເຊີດຊູນໍ້າໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ໂດຍ: ທູຈາງ