ເມື່ອໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ສປປ ລາວ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ລາວ ໃຫ້ຮູ້ວ່າ ປັດຈຸບັນ ມີ 417 ໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ ລາວ ດ້ວຍເງິນລົງທຶນທັງໝົດປະມານ 4,3 ຕື້ໂດລາສະຫະລັດ, ຢືນອັນດັບ 3 ໃນຈໍານວນ 54 ປະເທດ ແລະເຂດແຄວ້ນ ທີ່ມີການເຄື່ອນໄຫວລົງທຶນ ຢູ່ ລາວ.

leftcenterrightdel
ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ລາວ. ພາບ: vov.vn

ປີ 2021, ລັດຖະບານ ລາວ ໄດ້ອອກໜັງສືອະນຸຍາດໃຫ້ 3 ໂຄງການລົງທຶນຂອງວິສາຫະກິດຫວຽດນາມ, ໃນນັ້ນ 2 ໂຄງການແມ່ນໃນຂົງເຂດຂຸດຄົ້ນແຮ່ທາດ ແລະ 1 ໂຄງການແມ່ນຂົງເຂດທະນາຄານ. ທ່ານລັດຖະມົນຕີ ຄໍາເຈນ ວົງໂພສີ ໃຫ້ຮູ້ຕື່ມອີກວ່າ ລັດຖະບານລາວ ພວມສືບຕໍ່ສົມທົບກັນແກ້ໄຂບັນດາບັນຫາຫຍຸ້ງຍາກໃນການຜັນຂະຫຍາຍບາງໂຄງການຂະໜາດໃຫຍ່ຂອງວິສາຫະກິດສອງປະເທດ ໃນຂົງເຂດພະລັງງານ, ແຮ່ທາດ, ກໍ່ສ້າງພື້ນຖານໂຄງລ່າງ, ຜະລິດກະສິກໍາ-ປ່າໄມ້ ເພື່ອສາມາດຜັນຂະຫຍາຍຕາມເນື້ອໃນຈິດໃຈບົດບັນທຶກ ທີ່ໄດ້ລົງນາມ...

ທ່ານ ຄໍາເຈນ ວົງໂພສີ ເນັ້ນໜັກວ່າ ບັນດາຜົນການຮ່ວມມື ເຊິ່ງ ສອງຂະແໜງແຜນການ ແລະການລົງທຶນ, ກໍຄືຄະນະກໍາມະການຮ່ວມມືສອງປະເທດ ລາວ-ຫວຽດນາມ; ຫວຽດນາມ-ລາວ ບັນລຸໄດ້ໃນໄລຍະຜ່ານມາ ໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ.

ໂດຍ: ໄຊຊະນະ