ທ່ານນາຍົກລັດຖະມົນຕີ ລາວ ພັນຄໍາ ວິພາວັນ ຕີລາຄາສູງຕໍ່ຜົນງານສໍາຄັນກ່ຽວກັບການພົວພັນພາຍໃນ, ການພົວພັນຕ່າງປະເທດ ເຊິ່ງ ຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຄວບຄຸມໂລກລະບາດ, ເປີດປະຕູຄືນໃໝ່ໂດຍໄວ, ຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ; ທ່ານ ພັນຄໍາ ວິພາວັນ ສົ່ງຄໍາຢ້ຽມຢາມຖາມຂ່າວຂອງບັນດາສະຫາຍການນໍາພັກ, ລັດລາວ ເຖິງການນໍາພັກ, ລັດຫວຽດນາມ ແລະຂອບໃຈຕໍ່ການຮ່ວມມື, ໜູນຊ່ວຍຢ່າງມີປະສິດທິຜົນ ເຊິ່ງ ຫວຽດນາມ ໄດ້ສະຫງວນໃຫ້ ລາວ ໃນຕະຫຼອດຊຸມປີຜ່ານມາ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລກປ່ຽນກັບທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ລາວ. ພາບ: qdnd.vn

ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາອັນໝັ້ນແກ່ນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ນາຍົກລັດຖະມົນຕີສອງທ່ານ ເຫັນດີສືບຕໍ່ສົມທົບກັນປະຕິບັດບັນດາຂໍ້ຕົກລົງລະຫວ່າງສອງພັກ, ສອງລັດຖະບານ ຢ່າງມີປະສິດທິຜົນ; ຮັກສາການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ເປັນປົກກະຕິ; ຊຸກຍູ້ຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ; ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວໃນຂອບເຂດ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”.

ສອງຝ່າຍ ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນ ຢູ່ ສປຊ, ອາຊຽນ ແລະຢູ່ກົນໄກຮ່ວມມືອະນຸພາກພື້ນ; ປະກອບສ່ວນຮັກສາຄວາມສາມັກຄີ, ເປັນເອກະພາບ ແລະບົດບາດໃຈກາງຂອງອາຊຽນ ຕໍ່ບັນດາສິ່ງທ້າທາຍໃນປັດຈຸບັນ ຢູ່ ພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ