ສໍາລັບກໍລະນີອອກເມືອງໄປລາວ ເຮັດວຽກແມ່ນຕ້ອງມີໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ-19 ແລ້ວ. ສໍາລັບຄົນອອກເມືອງໄປລາວ ມີອາຍຸແຕ່ 12 ປີຂຶ້ນໄປ, ຍັງບໍ່ທັນມີໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ-19 ຄົບນັ້ນແມ່ນຕ້ອງມີໃບຢັ້ງຢືນຜົນການເກັບຕົວຢ່າງວິເຄາະຫາເຊື້ອໄວເປັນລົບໃນ 48 ຊົ່ວໂມງ. ການໄປມາຄ້າຂາຍເປັນປົກກະຕິກໍ່ໄດ້ດຳເນີນຢູ່ດ່ານສາກົນ ລາໄລ (ເມືອງ Dakrong).

leftcenterrightdel
ປະຊາຊົນເຮັດລະບຽບການຢູ່ດ່ານຊາຍແດນ ນໍ້າກັ່ນ, ແຂວງເງະອານ. ພາບ: ເຝືອງລິງ.

ເລື່ອງລັດຖະບານລາວ ອະນຸຍາດໃຫ້ເປີດດ່ານຊາຍແດນຄືນໃໝ່ໄດ້ຊ່ວຍໃຫ້ປະຊາຊົນ, ນັກທ່ອງທ່ຽວໄປມາຫາສູ່ກັນໄດ້ງ່າຍດາຍກວ່າ. ບໍ່ຕ້ອງປ່ຽນຜູ້ຂັບລົດຢູ່ດ່ານອີກ ສະນັ້ນໄດ້ຫຼຸດເວລາຜ່ານດ່ານ, ບໍ່ເກີດສະພາບຕິດລົດຢູ່ທາງຫຼວງເລກ 9 ຢູ່ຕໍ່ໜ້າດ່ານສາກົນລາວບ໊າວ ອີກ. ນອກຈາກນັ້ນ, ປະຊາຊົນເມືອງເຮືອງຮວ໊າ ມີໂອກາດໄປລາວ ທໍາມາຫາກິນ, ຄ້າຂາຍ.

ທີ່ດ່ານສາກົນນໍ້າກັ່ນ, ແຂວງເງະອານ, ການເຮັດລະບຽບການອອກ-ເຂົ້າເມືອງໄປລາວ ກໍ່ງ່າຍດາຍກວ່າ. ໃນຕອນເຊົ້າວັນທີ 9 ພຶດສະພາ, ທະຫານຊາຍແດນເງະອານ ໄດ້ເຮັດລະບຽບການເຂົ້າ-ອອກເມືອງໃຫ້ກວ່າ 30 ຄົນ. ຜູ້ອອກເມືອງສ່ວນຫຼາຍແມ່່ນຊາວເງະອານ ໄປເຮັດວຽກຢູ່ລາວ; ສ່ວນຜູ້ເຂົ້າເມືອງສ່ວນຫຼາຍແມ່ນນັກສຶກສາລາວ ທີ່ກໍາລັງຮຽນຢູ່ໂຮງຮຽນຕ່າງໆໃນບໍລິເວນ. ນອກນັ້ນ, ຍັງມີລົດຂົນສົ່ງວັດຖຸ 5 ຄັນຈາກແຂວງເງະອານ ກໍ່ຜ່ານດ່ານຊາຍແດນໄປລາວ ໃນຕອນເຊົ້າວັນທີ 9 ພຶດສະພາ.

ວັນທີ 7 ພຶດສະພາ, ຫ້ອງວ່າການນາຍົກລັດຖະມົນຕີລາວ ໄດ້ອອກແຈ້ງການມາດຕະການເຂົ້າ-ອອກເມືອງ ແລະຜ່ອນຜັນມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນປະເທດເລີ່ມແຕ່ວັນທີ 9 ພຶດສະພາ ເປັນຕົ້ນໄປ. ຕາມນັ້ນແລ້ວ, ລາວ ເປີດທຸກດ່ານສາກົນສຳລັບການເຄື່ອນໄຫວເຂົ້າ-ອອກເມືອງຂອງພົນລະເມືອງລາວ, ຊາວຕ່າງດ້າວ, ຊາວຕ່າງປະເທດ ແລະຄົນບໍ່ມີສັນຊາດ; ອະນຸຍາດໃຫ້ພົນລະເມືອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາສອງຝ່າຍ ແລະຝ່າຍດຽວໄດ້ເຂົ້າລາວ ໂດຍບໍ່ຕ້ອງຂໍວີຊາອີກ.

ໂດຍ: ໄຊນີດາ